ງານວາງສະແດງ ຮູບພາບ “ນໍ້າໃຈມິດຕະພາບ ຫວຽດນາມ - ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ”

(VOVWORLD) -ວັນທີ 30 ສິງຫາ, ຢູ່ຫໍພິພິທະພັນ ແຂວງດັກລັກ, ພະແນກວັດທະນະທໍາ - ກິລາ ແລະທ່ອງທ່ຽວ ໄດ້ສົມທົບກັບ ຫໍພິພິທະພັນແຂວງ ໄຂງານວາງສະແດງຮູບພາບ ດ້ວຍສອງຫົວເລື່ອງສະເພາະ “ນໍ້າໃຈມິດຕະພາບ ຫວຽດນາມ - ລາວ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ”. 

ງານວາງສະແດງ ຮູບພາບ “ນໍ້າໃຈມິດຕະພາບ ຫວຽດນາມ - ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ” - ảnh 1 ຄະນະຜູ້ແທນເລາະຊົມຮູບພາບທີ່ງານວາງສະແດງ

(ພາບ: nhandan.com.vn)

ສໍາລັບຫົວເລື່ອງ “ນໍ້າໃຈມິດຕະພາບ ຫວຽດນາມ - ລາວ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ” ໄດ້ວາງສະແດງຮູບພາບ ກວ່າ 160 ແຜ່ນ ແລະບົດຂຽນ ກ່ຽວກັບການພົວພັນທີ່ສະໜິດແໜ້ນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ນັບແຕ່ຊຸມວັນເດືອນປີ ຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ມາຮອດປັດຈຸບັນ. ສ່ວນຫົວເລື່ອງ “ສອງເອື້ອຍນ້ອງ - ສອງແນວຮົບ”  ໄດ້ວາງສະແດງບັນດາຮູບພາບ ແລະ ບົດຂຽນກ່ຽວກັບແມ່ຍິງຫວຽດນາມ ໃນຊຸມວັນເດືອນປີ ຕໍ່ຕ້ານ ຢ່າງດຸເດືອດ.

        ງານວາງສະແດງ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 73 ປີ ແຫ່່ງການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 02 ກັນຍາ, ສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ, ສະເຫຼີມສະຫຼອງ 56 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 41 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຮ່ວມມືຫວຽດນາມ - ລາວ.

        ງານວາງສະແດງ ຈະສິ້ນສຸດລົງໃນວັນທີ 30 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ