ງານວາງສະແດງ ຮ່ວາງຊາ, ເຈື່ອງຊາ - ອະທິປະໄຕຂອງຫວຽດນາມ

ງານວາງສະແດງ ຮ່ວາງຊາ, ເຈື່ອງຊາ - ອະທິປະໄຕຂອງຫວຽດນາມ - ảnh 1
ງານ​ວາງສະ​ແດງ ຮ່ວາງ​ຊາ, ​ເຈື່ອງ​ຊາ - ອະທິປະ​ໄຕ​ຂອງ​ຫວຽດນາມ
(ພາບ: baomoi.com)


(vovworld) –  ຕອນ​ເຊົ້າ​ວັນ​ທີ 15/07, ຢູ່​ຮ່າ​ໂນ້ຍ, ຫໍພິພິຕະພັນປະຫວັດສາດ​ການ​ທະຫານ​ຫວຽດນາມ ​ໄດ້​ຈັດ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ ຮ່ວາງ​ຊາ, ​ເຈື່ອງ​ຊາ - ອະທິປະ​ໄຕ​ຂອງ​ຫວຽດນາມ, ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ຜ່ານ​ແຕ່ລະ​ໄລຍະ. ພັນ​ເອກ ຫງວຽນ​ຊວນ​ນັງ, ຫົວ​ໜ້າຫໍພິພິຕະພັນປະຫວັດສາດ​ການ​ທະຫານ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ງານ​ວາງສະ​ແດງ​ແມ່ນ​ເພື່ອ​ແນ​ໃສ່​ໂຄສະນາ​ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ບົນ​ພື້ນຖານ​ນັ້ນ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະຊາຊົນ; ພ້ອມ​ທັງ​ສ້າງ​ເຈດ​ຈຳນົງ​ຕັດສິນ​ໃຈ​ປົກປັກ​ຮັກສາ​ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ ທີ່​ມີ​ຕໍ່ ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ງານ​ວາງສະ​ແດງ​ຄັ້ງ​ນີ້ກໍ່​ແມ່ນ​ເພື່ອ​ຕອບ​ບູນ​ແທນ​ຄຸນ​ບັນດາ​ກຳລັງ​ທີ່​ໄດ້​ສູ້​ຮົບປົກ​ປັກ​ຮັກສາ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ”.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ແຂວງ ​ເມື່ອ​ທຽນ​ເຫ້ວ ​ໄດ້​ສົມທົບ​ກັບ​ກຳລັງ​ຕຳຫຼວດ​ທະ​ເລ​ເຂດ 2 ຈັດ​ຕັ້ງ​ງານ​ວາງສະ​ແດງ “ຮ່ວາງ​ຊາ, ​ເຈື່ອງ​ຊາ - ​ແມ່ນ​ຂອງ​ຫວຽດນາມ” ​ຂຶ້ນເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ