ງານວາງສະແດງ “ຮ່ວາງຊາ - ເຈື່ອງຊາ ແມ່ນຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ” ຢູ່ດ່ານັ້ງ

ງານວາງສະແດງ “ຮ່ວາງຊາ - ເຈື່ອງຊາ ແມ່ນຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ” ຢູ່ດ່ານັ້ງ - ảnh 1
ງານ​ວາງສະ​ແດງ ຮ່ວາງ​ຊາ - ​ເຈື່ອງ​ຊາ ​ແມ່ນ​ຂອງຫວຽດນາມ
(ພາບ: baomoi.com)


(vovworld) - ງານ​ວາງສະ​ແດງ “ຮ່ວາງ​ຊາ - ​ເຈື່ອງ​ຊາ ​ແມ່ນ​ຂອງຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດ​ສາດ” ຖື​ກໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/01 ຢູ່​ຫໍພິພິດ​ຕະພັນ​ນະຄອນ​ດ່າ​ນັ້ງ. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​ບັນດາ​ເອກະສານ, ວັດ​ຖຸພັນ, ປື້​ມ, ສິ່ງ​ພິມ  ​ແລະ ​ແຜນ​ທີ​ເກືອ​ບ 150 ​ແຜ່ນ ​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ນັບແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ຂອງ​ບັນດາ​ນັກ​ຄົ້ນ​ຄວ້າ, ນັກຮຽນ​ຮູ້​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນນັ້ນ​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ປື້​ມ atlas 4 ຫົວ ​ໂດຍ​ສະໄໝລາຊະວົງ ​ແທງ ​ແລະ ລັດຖະບານ ຈີນ ພິມ​ຈຳໜ່າຍ​ໃນ​ເມື່ອ​ກ່ອນ. ບັນດາປື້​ມ atlas ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຕອນ​ໃຕ້​ສຸດ​ຂອງ​ຈີນ ພຽງ​ແຕ່​ຮອດ​ເກາະໄຫຫ​ນານ ຫາກ​ບໍ່​​ເຕື້ອງ​ເຖິງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ ຫວຽດນາມ. ນັກ​ຄົ້ນ​ຄ້ວາປະຫວັດສາດ ​ເຢືອງຈູງ​ກ໋ວກ, ຮອງ​ປະທານ, ທັງ​ເປັນ​ເລຂາ​ທິການສະມາຄົມ​ວິທະຍາສາດ​ປະ​ຫວັດ​ສາດ​ຫວຽດນາມ ຢືນຢັນ​ວ່າ.

        “ງານ​ວາງສະ​ແດງ​ຄັ້ງ​ນີ້ ​ໄດ້​ວາງສະ​ແດງບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ, ​ ​ເຊິ່ງ​ພວມ​​ເຮົາ​ສະ​ສົມ​ໄດ້, ​ເພື່ອ​ເປັນ​ພື້ນຖານ​ດ້ານ​ກົ​ດໝາຍ ​ແລະ ພື້ນຖານ​ປະຫວັດສາດ​ ​​ເພື່ອພິສູດ​ ​ອະທິປະ​ໄຕ​ຂອງປະ​ເທດ​​ເຮົາ​​ໃນເຂດ​ທະ​ເລ​ໝູ່​ເກາະ​ ​ເວົ້າ​ລວມ, ພິ​ເສດ​ແມ່ນ ອະທິປະ​ໄຕ​ສຳລັບ 2 ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.”

ຂ່າວ/ບົດ​ອື່ນ