ງານວາງສະແດງ ເຄື່ອງປັ້ນດິນເຜົາ ຂອງຫວຽດນາມ ຢູ່ອາເມລິກາ

ງານວາງສະແດງ ເຄື່ອງປັ້ນດິນເຜົາ ຂອງຫວຽດນາມ ຢູ່ອາເມລິກາ - ảnh 1
ເຄືອງປັ້ນດິນເຜົາທ່ີງານວາງສະແດງ (ພາບ: vietnam+)

ງານວາງສະ​ແດງ​ກ່ຽວ​ກັບ​ເຄື່ອງ​ປັ້ນດິນ​ເຜົາຂອງຫວຽດນາມທີ່​ມີ​ຊື່ວ່າ : “ ມັງກອນ ​ແລະ ດອກ​ບົວ” ພວມ​ຖືກ​ຈັດ​ຂຶ້ນ​ຢູ່ ອາ​ເມ​ລິ​ກາແຕ່ວັນທີ 22 ມັງກອນ ຫາ 8 ກຸມພາ. ນີ້​ແມ່ນ​ງານ​ວາງສະ​ແດງ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ໝູ່​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ. ມີຜະລິດຕະພັນເຄື່ອງປັ້ນດິນເຜົາ 200 ກ່ວາຢ່າງຖືກນຳມາ ວາງສະແດງ, ໃນນັ້ນມີບາງຜະລິດຕະພັນຖືກຜະລິດມາແຕ່ສະຕະວັດທີ່ 15 ແລະ 16 ດ້ວຍສີຂຽວ ແລະ ສີຂາວຫຼາຍກ່ວາໝູ່. ພ້ອມກັນນັ້ນ, ງານວາງສະແດງ ຍັງແນະນຳສາລະບານຊຸດເຄື່ອງປັ້ນດິນເຜົາ, ໃນນັ້ນມີບັນດາບົດຂຽນຂອງ ຜູ້ຊ່ຽວຊານດ້ານສິລະປະ 2 ທ່ານ ແລະ ທ່ານ ຟີລິບ ເຈືອງ ຜູ້ຊ່ຽວຊານກ່ຽວກັບ ເຄື່ອງປັ້ນດິນເຜົາຂອງຫວຽດນາມ.

 ທ່ານ Donald Wood ຊຶ່ງ​ແມ່ນໜຶ່ງໃນບັນດາຜູ້ຊ່ຽວຊານແຖວໜ້າກ່ຽວກັບ ດ້ານສິນລະປະອາຊີຂອງ ອາເມ ລິກາໃຫ້ຮູ້ວ່າ : ນີ້ແມ່ນກາລະໂອກາດເພື່ອໃຫ້ ມ່ວນຊົນອາເມລິກາເຫັນປະຈັກຕາ ບັນດາຜະລິດຕະພັນສິລະປະກຳທີ່ມີຄ່າ ຫາຍາກ. ນີ້ແມ່ນໂອກາດເພື່ອໃຫ້ຜູ້ມາຊົມເບິ່ງຄົ້ນຫາກ່ຽວກັບປະຫວັດສາດ ທີ່ອຸດົມສົມບຸນຂອງຫວຽດນາມ ຊຶ່ງ ບໍ່ພຽງ ແຕ່ປະກອບສ່ວນສຳຄັນເຂົ້າໃນ ປະຫວັດສາດຂອງ ອາເມລິກາເທົ່ານັ້ນ, ຫາກຍັງ ແມ່ນສ່ວນໜຶ່ງທີ່ສຳຄັນໃນ ອະນາຄົດຂອງ ອາເມລິກາ ອີກດ້ວຍ.

ຂ່າວ/ບົດ​ອື່ນ