ງານວາງສະແດງ “ເຈື່ອງຊາ, ຮ່ວາງຊາ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ” ຢູ່ກາວບັ່ງ

ງານວາງສະແດງ “ເຈື່ອງຊາ, ຮ່ວາງຊາ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ” ຢູ່ກາວບັ່ງ - ảnh 1
ງານວາງສະແດງ “ເຈື່ອງຊາ, ຮ່ວາງຊາ
ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ
(ພາບ: baocaobang.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 14/12, ຢູ່​ແຂວງ​ກາວ​ບັ່ງ, ​ໄດ້​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ບັນດາ​ເອກະສານ “​ເຈື່ອງ​ຊາ, ຮ່ວາງ​ຊາ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ທຳ”. ງານ​ວາງສະ​ແດງ ​ໄດ້​ວາງສະ​ແດງ​ບັນດາ​ເອກະສານ​, ວັດຖຸ​ພັນ, ປື້​ມ ​ແລະ ​ແຜນ​ທີ່​ເກືອບ 100 ​ແຜ່ນ​ທີ່​ໄດ້​ປະກາດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ຂອງ​ບັນດາ​ນັກ​ຄົ້ນຄວ້າ, ນັກຮຽນ​ຮູ້​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ງານ​ວາງສະ​ແດງ​ລວມມີ​ບັນດາ​ເອກະສານ​ຄື: ​ເອກະສານ​ດ້ວຍ​ພາສາ​ຫວຽດ ​ເດີມ, ​ເອກະສານ​ພາສາ​ຫວຽດນາມ ​ແລະ ຝລັ່ງ ​​ໄດ້​ປະກາດ​ແຕ່​ສະຕະວັດ​ທີ 8 ຫາ​ຕົ້ນ​ສະຕະວັດ​ທີ 20, ຢືນຢັນ​ວິວັດ​ການ​ກຳນົດ, ປະຕິບັດ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຫວຽດນາມ ສຳລັບ​ໝູ່ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ພ້ອມ​ກັນ​ນັ້ນ​ແມ່ນ​ບັນດາ​ພາບ​ຖ່າຍ​ເອກະສານ​ກ່ຽວ​ກັບ​ວິວັດ​ການ​ປະຕິບັດ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ສຳລັບ​ໝູ່ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແຕ່​ຊຸມ​ປີ 1930 ​ຕະຫຼອດເຖິງ​ການ​ສູ້ຮົບ​ຢູ່​ເຂດ​ທະ​ເລ​​ຮ່ວາງ​ຊາ​ໃນ​ວັນ​ທີ 19/01/1974; ບັນດາ​ແຜນ​ທີ່, atlas ​ເຊິ່ງປະ​ເທດ​ຈີ​ນ ພິມ​ຈຳ​ໜ່າຍ​ເປັນ​ທາງ​ການ​ຜ່ານ​ໄລຍະ​ປະ​ຫວັດ​ສາດ ຊີ້​ໃຫ້​ເຫ​ັນວ່າ ຈີນ ບໍ່​ຄຸ້ມ​ຄອງ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ງານ​ວາງສະ​ແດງ​ຈະ​ແກ່ຍາວ​ຮອດ​ວັນ​ທີ 19/12 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ