ງານ​ວາງ​ສະ​ແດງ​ “ເສັ້ນ​ທາງ ເຈ​ືອງ​ເຊີນ - ເສັ້ນ​ທາງ​ແຫ່ງ​ໄຊ​ຊະ​ນະ”

(VOVWORLD) - ບັນດາຮູບພາບ ແລະ ວັດຖຸພັນ ໄດ້ວາດພາບການຕໍ່ສູ້ທີ່ດຸເດືອດໃນເສັ້ນທາງ ເຈື່ອງເຊີນ. ຜ່ານນັ້ນ, ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ຕໍ່ການອຸທິດສ່ວນຂອງທະຫານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາການປະກອບສ່ວນຂອງທະຫານເຈືອງເຊີນ.
ງານ​ວາງ​ສະ​ແດງ​ “ເສັ້ນ​ທາງ ເຈ​ືອງ​ເຊີນ - ເສັ້ນ​ທາງ​ແຫ່ງ​ໄຊ​ຊະ​ນະ” - ảnh 1ງານວາງສະແດງ “ເສັ້ນທາງ  ເຈືອງເຊີນ - ເສັ້ນທາງແຫ່ງໄຊຊະນະ” (ພາບ: VGP/ມິງຈາງ) 

        ມີຮູບພາບ, ເອກະສານ ກ່ວາ 180 ຢ່າງໄດ້ນຳວາງສະແດງຢູ່ງານວາງສະແດງ “ເສັ້ນທາງ  ເຈືອງເຊີນ - ເສັ້ນທາງແຫ່ງໄຊຊະນະ” ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ພຶດສະພາ, ຢູ່ນະຄອນ ດ່າຫນັງໂດຍກອງບັນຊາການທະຫານເຂດ 5 ຈັດຕັ້ງຂຶ້ນ.

        ບັນດາຮູບພາບ, ເອກະສານ, ວັດຖຸພັນປະຫວັດສາດທີ່ໄດ້ແນະນຳຢູ່ງານວາງສະແດງດັ່ງກ່າວລວມມີ 2 ເນື້ອໃນຕົ້ນຕໍແມ່ນ: “ເສັ້ນທາງ ເຈືອງເຊີນ, ເສັ້ນທາງໂຮ່ຈີມິນ, ເສັ້ນທາງແຫ່ງເທບນິຍາຍໃນການຕໍ່ສູ້ກູ້ຊາດຕ້ານອາເມລິກາ” ແລະ “ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນສືບຕໍ່ພາລະກຳອັນສະຫງ່າລາສີໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ”. ບັນດາຮູບພາບ ແລະ ວັດຖຸພັນ ໄດ້ວາດພາບການຕໍ່ສູ້ທີ່ດຸເດືອດໃນເສັ້ນທາງ ເຈື່ອງເຊີນ. ຜ່ານນັ້ນ, ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ຕໍ່ການອຸທິດສ່ວນຂອງທະຫານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາການປະກອບສ່ວນຂອງທະຫານເຈືອງເຊີນ.

        ເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນໄດ້ສ້າງໄປຜ່ານ 20 ແຂວງ ທີ່ຂຶ້ນກັບ 3 ປະເທດ ອິນດູຈີນ. ໃນໄລຍະ 16 ປີ, ທະຫານ ແລະ ປະຊາຊົນ ໄດ້ຂົນສົ່ງ ວັດຖຸ, ອາວຸດ ໄດ້1ລ້ານໂຕນ ໄປຍັງບັນດາສະໜາມຮົບ; ຂົນສົ່ງ ກອງພົນ ໄດ້10 ເທື່ອ, ກອງພົນໃຫຍ່ 3 ກອງ, ປ້ອງກັນຮັກສາເຫຼົ່າຮົບເຕັກນິກ ເຂົ້າສະໜາມຮົບໄດ້ 10 ຫົວໜ່ວຍ, ປະກອບສ່ວນເຫື່ອແຮງ ແລະ ເພີ່ມກຳລັງແຮງໃຫ້ແກ່ສະໝາມຮົບເຮັດໃຫ້ສົງຄາມຮຸກຮານ ຂອງສັດຕູຖືກປະລາໄຊ, ປະກອບສ່ວນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.

        ແລະກໍ່ໃນຕອນຄ່ຳວັນທີ 15 ພຶດສະພາ, ຢູ່ສະໜາມຫຼວງເມືອງ ອາເລືອຍ, ແຂວງເທື່ອທຽນ - ເຫ້ວ, ກະຊວງວັດທະນະທຳ - ກິລາ, ທ່ອງທ່ຽວຫວຽດນາມໄດ້ຈັດຕັ້ງພິທີປະກາດ ແລະ ມອບໃບຢັ້ງຢືນມໍລະດົກແຫ່ງຊາດພິເສດເສັ້ນທາງ ເຈືອງເຊີນ, ເສັ້ນທາງໂຮ່ຈີມິນ, ເສັ້ນທາງໄປຜ່ານບັນດາແຂວງຄື: ກ໋ວາງບີ່ງ, ກ໋ວາງຈິ, ເທື່ອທຽນເຫ້ວ, ກອມຕຸມ ແລະ ບີ່ງເຟືອກ.

ຕອບກັບ

ຂ່າວ/ບົດ​ອື່ນ