ງານວາງສະແດງ ແດງ “ 2 ເອື້ອຍນ້ອງ - 2 ສະໜາມຮົບ”

   ງານວາງສະແດງ ແດງ “ 2 ເອື້ອຍນ້ອງ - 2  ສະໜາມຮົບ” - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຫງວຽນ​ທ້ຽນ​ເຍີນ ມາ​ຊົມງານ​ວາງ​ສະ​ແດງ “ 2 ເອື້ອຍ​ນ້ອງ - 2  ສະ​ໜາມ​ຮົບ”      (ພາບ:baophunu)

(vovworld)- ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ສາ​ກົນ ( 8/3 ), 55 ປີ ແຫ່ງວັນ​ສ້າງ​ຕັ້ງ​ກອງ​ກຳ​ລັງ​ທະ​ຫານ​ຍິງ ແລະ 50 ປີ​ແຫ່ງ​ຂະ​ບວນ​ການ 3 ດີ, ຕອນ​ເຊົ້າ​ວັນ​ທີ 6/3, ຫໍ​ພິ​ພິ​ທະ​ພັນ​ແມ່​ຍິງ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ ຫໍ​ພິ​ພິ​ທະ​ພັນ​ແມ່​ຍິງພາກ​ໃຕ້, ຫໍ​ພິ​ພິ​ທະ​ພັນ​ແມ່​ຍິງແຂວງ ນາມດິ້ງ ຈັດ​ງານ​ວາງ​ສະ​ແດງ “ 2 ເອື້ອຍ​ນ້ອງ - 2  ສະ​ໜາມ​ຮົບ”. ງານ​ວາງ​ສະ​ແດງ​ໄດ້​ວາດ​ພາບ​ເຖິງ​ຊີ​ວິດ​ແຫ່ງ​ການ​ຕໍ່​ສູ້, ອອກ​ແຮງ​ງານ​ຂອງ​ແມ່​ຍິງ​ໃນ​ສົງ​ຄາມ​ຜ່າ​ນ​ຄວາມ​ຊົງ​ຈຳ​ຂອງ​ບັນ​ດາ​ຕົວ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຫງວຽນ​ທ້ຽນ​ເຍີນເນັ້ນ​ໜັກ​ວ່າ :

  “ ເມື່ອ​ອາ​ເມ​ລິ​ກາ​ດຳ​ເນີນ​ສົງ​ຄາມ​ຢູ່​ພາກ​ເໜືອນັ້ນ, ປະ​ຊາ​ຊົນ​ພາກ​ເໜືອ, ພິ​ເສດ​ແມ່ນ​ແມ່​ຍິງ​ມີ​ບົດ​ບາດ​ສຳ​ຄັນ, ເບິ່ງ​ແຍງ​ພໍ່​ແມ່, ເຮັດ​ວຽກ​ບ້ານ​ການ​ເຮືອນ, ໄຮ່​ນາ​ຮົ້ວ​ສວນ, ລະ​ດົມ​ກຳ​ລັງ​ໃຈ​ແກ່​ຜົວ, ຍາດ​ພີ​ນ້ອງ​ຂອງ​ຕົນ​ອອກ​ສະ​ໜາມ​ຮົບ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ແມ່ນ​ເພື່ອ​ຊ່ວຍ​ໃຫ້​ທຸກໆ​ຄົນ​ຮູ້​ເຖິງ​ການ​ຕໍ່​ສູ້, ເສ​ຍ​ສະຫຼະ​ຂອງ​ແມ່​ຍິງ​ຄື​ແນວ​ໃດ ເພື່ອ​ຈະ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈຕໍ່​ປະ​ເທດ​ຊາດ ແລະ ແມ່​ຍິງ​ຫວຽດ​ນາມ ”.

ຂ່າວ/ບົດ​ອື່ນ