ງານ​ວາງ​ສະ​ແດງ ແລະ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ສາ​ກົນ​ກ່​ຽວ​ກັບ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຈັດ​ຕັ້ງເປັນ​ຄັ້ງ​ທຳ​ອິດ​ຢູ່ ຫວຽດ​ນ​າມ

(VOVWORLD) -ງານວາງສະແດງ ແລະກອງປະຊຸມສຳມະນາສາກົນກ່ຽວກັບການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຢູ່ ຫວຽດນາມ 2019 ຈະໄດ້ດຳເນີນໃນລະຫວ່າງວັນທີ 2 – 4 ຕຸລາ 2019 ຢູ່ສູນວາງສະແດງສາກົນຮ່າໂນ້ຍ. ເຫດການນີ້ໂດຍກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ແລະ ບາງກົມກອງທີ່ກ່ຽວຂ້ອງສົມທົບກັນຈັດຕັ້ງຂຶ້ນ.

ຄາດວ່າງານວາງສະແດງຈະດຶງດູດ ເຄື່ອງໝາຍການຄ້າ ໄດ້ປະມານ 200 ເຄື່ອງໝາຍ, ເຂດວາງຂາຍ ແລະ ສະແດງສິນຄ້າແຫ່ງຊາດ 7 ເຂດ ຂອງບັນດາປະເທດຄື: ລັດເຊຍ, ຢູແກຣນ, ອາເມລິກາ, ຝລັ່ງ, ສິງກະໂປ, ອິນເດຍ ແລະ ອິດສະລາແອັນ ພ້ອມກັບເຂດວາງຂາຍແລະ ສະແດງສິນຄ້າ 2 ເຂດຂອງກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດຫວຽດນາມ. ທ່ານພັນເອກ ຟານຕວ່ານທັ໊ງ, ຮອງຫົວໜ້າກົມເສດຖະກິດ (ກະຊວງປ້ອງກັນປະເທດ) ໃຫ້ຮູ້ວ່າ:

        ນີ້ແມ່ນງານວາງສະແດງສາກົນກ່ຽວກັບການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບເປັນຄັ້ງທຳອິດທີ່ໄດ້ຈັດຕັ້ງຢູ່ ຫວຽດນາມ. ກ່ອນນັ້ນ, ໃນປີ 2018, ກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ຈັດຕັ້ງຄະນະວິສາຫະກິດໄປເຂົ້າຮ່ວມງານວາງສະແດງນີ້ຢູ່ ປະເທດອິນໂດເນເຊຍ. ນີ້ແມ່ນການເຄື່ອນໄຫວເໝາະສົມກັບແຜນນະໂຍບາຍເປີດກ້ວາງການພົວພັນຕ່າງປະເທດດ້ານປ້ອງກັນຊາດກັບບັນດາປະເທດໃນໂລກ. ພວກຂ້າພະເຈົ້າຫວັງວ່າເຫດການຈະປະກອບສ່ວນເຂົ້າໃນການໂຄສະນາພາບພົດ ແລະ ທີ່ຕັ້ງບົດບາດດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງ ຫວຽດນາມກັບເພື່ອນມິດສາກົນ. ນີ້ກໍ່ແມ່ນຂັ້ນຕອນການກະກຽມມຸ່ງໄປເຖິງບົດບາດເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີການປ້ອງປະເທດລະຫວ່າງບັນດາປະເທດອາຊຽນຄັ້ງທີ 14 ໃນປີ 2020 ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ