ງານວາງສະແດງ “ໂຮ່ຈີມິນ - ຄວາມຄາດຫວັງເອກະລາດແຫ່ງ”

(VOVWORLD) - ງານວາງສະແດງໄດ້ແນະນຳເກືອບ 200 ຮູບພາບເອກະສານ, ວັດຖຸພັນກ່ຽວກັບຕົ້ນກຳເນີດ, ຊີວິດ, ພາລະກິດຂອງປະທານໂຮ່ຈີມິນ, ຄື: ຫງວຽນເຕີດແທັ່ງ ຕັດສິນໃຈອອກເດີນທາງໄປຕ່າງປະເທດຊອກຫາເສັ້ນທາງກູ້ຊາດ ແລະ ຂະບວນການຈາກຊາວໜຸ່ມຜູ້ຮັກຊາດ ກາຍເປັນນັກກອມມູນິດ (1911 – 1930)
ງານວາງສະແດງ “ໂຮ່ຈີມິນ - ຄວາມຄາດຫວັງເອກະລາດແຫ່ງ” - ảnh 1ພິທີໄຂຈັດຂຶ້ນໃນວັນທີ 26 ພຶດສະພາ
(ພາບ:Ngọc Hiệp/ ນັກຂ່າວ VOV ປະຈຳ ຝລັ່ງ)

ວັນທີ 26 ພຶດສະພາ, ຢູ່ສູນວັດທະນະທຳ ຫວຽດນາມ ທີ່ ນະຄອນ ປາຣີ, ປະເທດ ຝລັ່ງ, ໄດ້ໄຂງານວາງສະແດງຮູບຖ່າຍ, ເອກະສານ “ໂຮ່ຈີມິນ - ຄວາມຄາດຫວັງເອກະລາດແຫ່ງຊາດ”. ງານວາງສະແດງໂດຍເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ໃນບໍລິເວນສຳນັກງານປະທານປະເທດ ແລະ ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ສົມທົບກັນຈັດຕັ້ງຂຶ້ນ.

        ງານວາງສະແດງໄດ້ແນະນຳເກືອບ 200 ຮູບພາບເອກະສານ, ວັດຖຸພັນກ່ຽວກັບຕົ້ນກຳເນີດ, ຊີວິດ, ພາລະກິດຂອງປະທານໂຮ່ຈີມິນ, ຄື: ຫງວຽນເຕີດແທັ່ງ ຕັດສິນໃຈອອກເດີນທາງໄປຕ່າງປະເທດຊອກຫາເສັ້ນທາງກູ້ຊາດ ແລະ ຂະບວນການຈາກຊາວໜຸ່ມຜູ້ຮັກຊາດ ກາຍເປັນນັກກອມມູນິດ (1911 – 1930); ການນຳ ຫງວຽນອ໋າຍກວັກ ສ້າງຕັ້ງພັກກອມມູນິດ ແລະ ຊີ້ນຳຂະບວນການປະຕິບັດ ຫວຽດນາມ (1930 – 1945)…, ໂຮ່ຈີມິນ ໃນດວງໃຈຂອງປະຊາຊົນໂລກ (1969 ມາຮອດປະຈຸບັນ).

        ພາຍຫຼັງພິທີໄຂງານວາງສະແດງແມ່ນລາຍການສະແດງສິລະປະໂດຍສິລະປິນສະໝັກຫຼິ້ນສະແດງ. ງານວາງສະແດງດັ່ງກ່າວໄດ້ເປີດປະຕູແຕ່ວັນທີ 26 ພຶດສະພາ ຮອດວັນທີ 3 ມິຖຸນາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ