ງານວາງສະແດງການກໍ່ສ້າງສາກົນຈະຖືກຈັດຂຶ້ນຢູ່ຫວຽດນາມໃນໄລຍະຈະມາເຖິງ

ງານວາງສະແດງການກໍ່ສ້າງສາກົນຈະຖືກຈັດຂຶ້ນຢູ່ຫວຽດນາມໃນໄລຍະຈະມາເຖິງ - ảnh 1
ພາບ​ປະ​ກອບ:phuthinh.vn

(vovworld)- ແຕ່​ວັນ​ທີ 25-29/3 ຢູ່ ສູນ​ວາງ​ສະ​ແດງ ຢາງ​ຫວໍ ຮ່າ​ໂນ້ຍ, ງານ​ວາງ​ສະ​ແດງ​ການ​ກໍ່​ສ້າງສາ​ກົນ​(VietBuild 2015) ຈະ​ຖືກ​ຈັດ​ຂຶ້ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 450 ຫົວ​ຫນ່ວຍ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ນີ້​ແມ່ນ​ຂ່າວ​ຄາວ​ຊື່ງ​ທ່ານ ຫງວຽນ​ດີງ​ຮຸ່ງ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ການກໍ່​ສ້າງ​ສາ​ກົນ ຍົກ​ອອກ​ມາ​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ຕ​ອນ​ບ່າຍ​ວັນ​ທີ 20/3 ຢູ່ ຮ່າ​ໂນ້ຍ. ໃນ​ຂອບ​ເຂດ​ດຳ​ເນີນ​ງານ​ວາງ​ສະ​ແດງ, ວັນ​ທີ 26 ແລະ 27/3, ຈະ​ດ​ຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ສະ​ເພາະ​ຂະ​ແຫນງ​ການກໍ່​ສ້າງ ເພື່ອ​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ຄົ້ນ​ຄ້​ວາ ແລະ ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃຫມ່​,  ເຕັກ​ໂນ​ໂລ​ຊີ​ສູງ ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດກໍ່​ສ້າງ ແລະ ເຮືອນ​ຢູ່​ໃນ​ເຂດ​ຕົວ​ເມືອງ.

 

 

 

ຂ່າວ/ບົດ​ອື່ນ