ງານວາງສະແດງກ່ຽວກັບ ມູນເຊື້ອອັນສະຫງ່າລາສີ ຂອງກອງທັບເຮືອຫວຽດນາມ


ງານວາງສະແດງກ່ຽວກັບ ມູນເຊື້ອອັນສະຫງ່າລາສີ ຂອງກອງທັບເຮືອຫວຽດນາມ - ảnh 1 

(ພາບ: Bùi Tường/TTXVN)

 (vovworld)- ​ ງານ​ວາງສະ​ແດງ​ກ່ຽວ​ກັບ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ກອງທັບ​ເຮືອ​ຫວຽດນາມ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 12/7 ຢູ່​ນະຄອນວິ​ງ ​ແຂວງ​ເງະ​ອານ. ງານ​ວາງສະ​ແດງ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ມູນ​ເຊື້ອຕີ​ເອົາ​ຊະນະ​ໃນ​ຄັ້ງທຳ​ອິດຂອງ​ກອງທັບ​ເຮືອ​ຫວຽດນາມ (2-5/8/1964-2-5/8/2014). ງານ​ວາງສະ​ແດງລວມມີ 2 ພາກ​ສ່ວນຄື: ພາກສ່ວນ​ທີ 1 ​ແມ່ນ​ໄດ້​ວາງສະ​ແດງ​ບັນດາ​ຮູບ​ພາບ​ດ້ວຍຫົວ​ເລື່ອງ “ທະ​ເລ, ໝູ່​ເກາະ ​ແລະ ທະຫານ​ເຮືອຫວຽດນາມ-​ສຽງ​ດັງກ້ອງ​ກັງວານ​ຂອງ​ໄຊຊະນະ​ຄັ້ງທຳ​ອິດ“ ​ໂດຍ​ຫໍພິພິຕະພັນ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ຈັດຕັ້ງ​ດ້ວຍ​ຮູບ​ພາບ​ກ່ວາ 120 ​ແຜ່ນ. ພາກສ່ວນ​ທີ 2 ​ໄດ້​ວາງສະ​ແດງ​ບັນດາ​ຮູບ​ພາບ​ດ້ວຍ​ຫົວ​ເລື່ອງ “​ເງະ​ອານ​ ກັບ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ອັນ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ“ ​ໂດຍ​ສູນວັດທະນະທຳ​ແຂວງ​ເງະ​ອານ ຈັດຕັ້ງ ດ້ວຍ​ຮູບ​ພາບ​ກ່ວາ 60 ​ແຜ່ນສະ​ແດງ​ບັນດາ​ວິລະ​ກຳ ​ແລະ ຜົນງານ​ຂອງ​ກອງທັບ ​ແລະ ປະຊາຊົນ​ແຂວງ​ເງະ​ອານ​ແຕ່​ວັນ​ທີ 2-5/8/1964; ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ເງະ​ອານ ມຸ່ງ​ໄ​ປສູ່​ເຂດ​ທະ​ເລ​ໝູ່ເກາະອັນ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ. ງານ​ວາງສະ​ແດງ​ຈະ​ອັດ​ລົງ​ໃນ​ວັນ​ທີ 14/7/2014./.

 

ຂ່າວ/ບົດ​ອື່ນ