ງານວາງສະແດງກ່ຽວກັບ ໝູ່ເກາະຮ່ວາງຊາ, ເຈື່ອງຊາ ຢູ່ຮ່າຕິ້ງ ໄດ້ດຶງດູດ ປະຊາຊົນມາຊົມເປັນຈຳນວນຫຼວງຫຼາຍ

ງານວາງສະແດງກ່ຽວກັບ ໝູ່ເກາະຮ່ວາງຊາ, ເຈື່ອງຊາ ຢູ່ຮ່າຕິ້ງ ໄດ້ດຶງດູດ ປະຊາຊົນມາຊົມເປັນຈຳນວນຫຼວງຫຼາຍ - ảnh 1
ງານ​ວາງສະ​ແດງ​ກ່ຽວ​ກັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ​ຫວຽດນາມ
(ພາບ: congan.com.vn)


(vovworld) - ​ໃນ​ຮອບ​ເວລາ 1 ສັບ​ປະດາ, ງານ​ວາງສະ​ແດງ​ກ່ຽວ​ກັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ​ຫວຽດນາມ ດຳ​ເນີນ​ຢູ່​ແຂວງ​ຮ່າ​ຕິ້ງ ​ໄດ້​ດຶງ​ດູດ​ປະຊາຊົນ​ນັບ​ໝື່ນ​ຄົນ​ມາຢ້ຽມຊົມ, ​ໃນ​ນັ້ນ​ມີ​ທັງ​​ແຂກທ່ອງ​ທ່ຽວ​ຕ່າງປະ​ເທດ. ມີ​ປະມານ 1.000 ຄົນ​ໄດ້​ຂຽນຄວາມ​ຮູ້ສຶກ​ຂອງ​ຕົນກ່ຽວ​ກັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ງານ​ວາງສະ​ແດງ ​ໄດ້​​ແນະນຳບັນດາ​ເອກະສານ​ທີ່​ມີຄ່າ, ດ້ວຍ​ບັນດາ​ແຜນ​ທີ​ເຊິ່ງ​ໄດ້ຮັບ​ການ​ສະ​ສົມ, ຮັກສາ​ມາ​ເປັນ​ເວລາ​ຮ້ອຍໆ​ປີ​, ນີ້ແມ່ນ​ບັນດາ​ພະຍານ​ຫຼັກ​ຖານປະ​ຫວັດ​ສາດ​ທີ່​ບໍ່​ສາມາດ​ປະຕິ​ເສດ​ໄດ້​ກ່ຽວ​ກັບ​ອະທິປະ​ໄຕ​ຂອງຫວຽດນາມ ສຳລັບໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ