ງານວາງສະແດງກ່ຽວກັບກອງປະຊຸມປາຣີ - ສຳເນົາເອກະສານສັງເກດໃນ 2 ແງ່ມູມຝ່າຍ

ງານວາງສະແດງກ່ຽວກັບກອງປະຊຸມປາຣີ - ສຳເນົາເອກະສານສັງເກດໃນ 2 ແງ່ມູມຝ່າຍ - ảnh 1
ງານ​ວາງສະ​ແດງ “ກອງ​ປະຊຸມ​ປາຣີ - ​ສຳ​ເນົາ​ເອກະສານ​ສັງ​ເກດ​ໃນ 2 ​ແງ່​ມູມ”
(ພາບ: hanoimoi.com.vn)


(vovworld) -     ​ເພື່ອ​ມຸ້ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ປາ​ຣີ (27/01/1973 – 27/01/2013), ວັນ​ທີ 27/12, ສູນ​ສຳ​ເນົາ​ເອກະ​ສານ​ແຫ່ງ​ຊາດ 3 ​ໄດ້​ໄຂ​ງານ​ວາງສະ​ແດງ “ກອງ​ປະຊຸມ​ປາຣີ - ​ສຳ​ເນົາ​ເອກະສານ​ສັງ​ເກດ​ໃນ 2 ​ແງ່​ມູມ” ທ່ານ ວິ​ຊວນ​​ເຫື​ອງ, ຫົວ​ໜ້າສູນ​ສຳ​ເນົາ​ເອກະ​ສານ​ແຫ່ງ​ຊາດ 3 ​ໃຫ້​ຮູ້​ວ່າ.

“​ເອກະສານ​ຂອງຝ່າຍ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ​ໄດ້​ຮັບ​ການຄົ້ນຫາ​ຈາກສູນ​ສຳ​ເນົາ​ເອກະ​ສານ​ແຫ່ງ​ຊາດ 3 ​ແລະ ກົມ​ຂາ​ເຂົ້າຂາ​ອອກ ​ແລະ ສຳ​ເນົາເອກະສານ​ຫ້ອງວ່າການ​ສູນ​ກາງ​ພັກ, ສ່ວນ​ເອກະສານ​ຂອງ​ອຳນາດ​ການ​ປົກຄອງ​ໄຊ​ງ່ອນ ​ໄດ້​ຮັບ​ການຂຸດ​ຄົ້ນ​ຈາກສູນ​ສຳ​ເນົາ​ເອກະ​ສານ​ແຫ່ງ​ຊາດ 2, ​ເອກະສານ​ກ່ຽວ​ກັບ​ລັດຖະບານ​ອາ​ເມ​ລິ​ກາ ​ໄດ້​ຮັບ​ການສະ​ສົມ​ຈາກ​ກົມສຳ​ເນົາ​ເອກະ​ສານ​ແຫ່ງ​ຊາດອາ​ເມ​ລິ​ກາ ມີສຳ​ເນົາ​ເອກະສານ​ຫຼາຍ​ຢ່າງ​ໄດ້​ຮັບ​ການ​ເຜີຍ​ແຜ່​ເປັນ​ຄັ້ງ​ທຳ​ອິດ​ຄື​ເທບ​ອັດ​ສຽງ​ກ່ຽວ​ກັບ​ກອງ​ປະຊຸມ​ປາຣີ, ການ​ພົບ​ປະ​ທາງ​ການ ​ແລະ ບໍ່​ເປັນ​ທາງ​ການ 200 ຄັ້ງ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເປີດ​ເຜີຍ”.

ງານ​ວາງສະ​ແດງ​ກອງ​ປະຊຸມ​ປາຣີ - ​ສຳ​ເນົາ​ເອກະສານ​ສັງ​ເກດ​ໃນ 2 ​ແງ່​ມູມ ​ໄດ້​ປະ​ກອບ​ສ່ວນ​ເສີມ​ຂະຫຍາຍຄູນຄ່າ, ຍົກ​ສູງ​ປະສິດທິ​ຜົນການ​ນຳ​ໃຊ້​ເອກະສານທີ່​​ເກັບ​ຮັກສາ ​ແລະ ວັດຖຸ​ພັນຂອງ​ປະຫວັດສາດ, ​ໄດ້​ປະກອບສ່ວນ​ບຳລຸງ​ສ້າງ, ສຶກສາ​ຈິດ​ໃຈອົງອາດ​ກ້າ​ແກ່ນ​ບໍ່​ຍອມຈຳນົນ, ຮັກຫອມ​ເອກະລາດ​ເສ​ລີ​ພາບ, ຍ້ອງຍໍ​ສັນລະ​ເສີນມູນ​ເຊື້ອ​ວິລະ​ຊົນ​ຂອງ​ຊາດ​ຫວຽດນາມ.

ຂ່າວ/ບົດ​ອື່ນ