ງານວາງສະແດງກ່ຽວກັບປະຊາຄົມອາຊຽນມຸ່ງໄປເຖິງປະຊາຄົມສັນຕິພາບ,ສະຖຽນລະພາບແລະການຮ່ວມມື

ງານວາງສະແດງກ່ຽວກັບປະຊາຄົມອາຊຽນມຸ່ງໄປເຖິງປະຊາຄົມສັນຕິພາບ,ສະຖຽນລະພາບແລະການຮ່ວມມື - ảnh 1
ງານວາງສະແດງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 5/8

(vovworld) – ​ຕອນ​ເຊົ້າວັນ​ທີ 5/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ໄດ້​ສົມທົບ​ກັບ​ບັນດາ​ອົງການ, ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​​ໄດ້​ໄຂ​ງານ​ວາງສະ​ແດງ​ກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ສັບປະດາ​ອາ​ຊຽນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງປະຊາ​ຄົມ ອາ​ຊຽນ ​ແລະ ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ (2017).

        ກ່າວ​ຄຳ​ເຫັນ​ທີ່​ງານ​ວາງສະ​ແດງ, ທ່ານ ​ເຈືອງ​ມິ​ງຕ໋ວນ, ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໃຫ້​ຮູ້​ວ່າ: ງານ​ວາງສະ​ແດງ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ສາມັກ​ຄີ, ຜູກ​ພັນ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ເຜົ່າ​ນັບ​ມື້​ນັບ​ຫຍັບ​ມໍ່​ເຂົ້າ​ກັນ​ເພື່ອ​ພື້ນຖານ​ວັດທະນະທຳ ອາ​ຊຽນ ດ້ວຍ​ຫຼາຍ​ສີສັນ, ຫຼາຍ​ຮູບ​ຫຼາຍ​ແບບ​​ເປັນ​ເອກະພາບ, ມຸ່ງ​ໄປ​ເຖິງ​ປະຊາ​ຄ​ົມສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຮ່ວມ​ມື:

        “ຜ່ານ​ບັນດາ​ຮູບ​ຖ່າຍ, ຮູ​ບ​ເງົາ​ເອກະ​ສານ ​ແລະ ອື່ນໆ, ພວກ​ຂ້າພະ​ເຈົ້າ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ກ່ວາ​ກ່ຽວ​ກັບ​ຄວາມ​ງາມ, ປະ​ເທດ​ຊາດ, ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ, ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ປະ​ເທດ, ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ກາ​ນປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ພາກ​ພື້ນ. ພິ​ເສດ, ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ປະຊາ​ຄົມ ອາ​ຊຽນ ດ້ວຍ 3 ​ເສົາຄ້ຳ, ປະຊາ​ຄົມ​ຄວາມໝັ້ນຄົງ​​ການ​ເມືອງ, ປະ​ຊາ​ຄົມ​ເສດຖະກິດ ​ແລະ ປະຊາ​ຄົມ​ວັດທະນະທຳ​ສັງຄົມ. ຜ່ານ​ນັ້ນ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ສະໜິດ​ຕິດພັນ​ລະຫວ່າງ​ບັນດາ​ປະຊາຊາດ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ປະຊາຊາດ​ນັບ​ມື້​ນັບ​ຫຍັບ​ມໍ່​​ເຂົ້າກັນ​ກ່ວາ​ເພື່ອ​ພື້ນຖານ​ວັດທະນະທຳ​ຂອງ​ ອາ​ຊຽນ​ເຕັມ​ໄປ​ດ້ວຍສີສັນ, ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ທ່າມກາງຄວາມ​ເປັນ​ເອກະ​ພາບ”

 


ຂ່າວ/ບົດ​ອື່ນ