ງານວາງສະແດງ“ຄວາມຊົງຈຳກ່ຽວກັບສົງຄາມ”ດ້ວຍບັນດາພາບຖ່າຍ,ວັດຖຸພັນອັນລ້ຳຄ່າ

ງານວາງສະແດງ“ຄວາມຊົງຈຳກ່ຽວກັບສົງຄາມ”ດ້ວຍບັນດາພາບຖ່າຍ,ວັດຖຸພັນອັນລ້ຳຄ່າ - ảnh 1
ງານວາງສະແດງຄວາມຊົງຈຳກ່ຽວກັບສົງຄາມ
(ພາບ: TTXVN)


(vovworld) - ມີ​ພາບ​ຖ່າຍ, ເອ​ກະ​ສານ, ວັດ​ຖຸ​ພັນ​ທີ່​ດີ​ເດັ່ນ​ມີ​ຄຸນ​ຄ່າກວ່າ 400 ຢ່າງ ໄ​ດ້​ນຳ​ມາ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ຄວາ​ມ​ຊົງ​ຈຳ​ກ່ຽວ​ກັບ​ສົງ​ຄາມ”​ ຖື​ກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 26/04, ຢູ່​ຫໍ​ພິ​ພິທະ​ພັນ​ປະ​ຫວັດ​ສາດ​ການ​ທະ​ຫານ​ຫວຽດ​ນາມ ຢູ່​ຮ່າ​ໂນ້ຍ. ພົນ​ຈັດ​ຕະ​ວາ ຫງວຽນ​ຊວນ​ນັງ, ຫົວ​ໜ້າ​ຫໍ​ພິ​ພິທະ​ພັນ​ປະ​ຫວັດ​ສາດ​ການ​ທະ​ຫານ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະ​ຫຼອງ 41 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຂ​້າ​ພະ​ເຈົ້າ​ຢາກ​ມີ​ຮູບ​ພາບ​ກ່ຽວ​ກັບ​ການ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ ແລະ ການ​ປະ​ກອບ​ສ່ວນ, ເສຍ​ສະ​ຫຼະ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ເຮົ​າ​ເພື່ອ​ຍາດ​ໄດ​້​ໄຊ​ຊ​ະ​ນະ​ຢ່າງ​ສົມ​ບູນ. ແລະ ຂໍ້​ມູນ​ຂ່າ​ວ​ຂອງ​ພວກ​ເຮົາ​ຢາກ​​ຝ​າກ​ຝັງ​ເຖິງ​ມະ​ຫາ​ຊົນ​ແມ່ນ ພວກ​ເຮົາ​ຕ້ອງ​ໄດ້​ເສຍ​ສະ​ຫຼະ​ເລືອດ​ເນື້ອເພື່ອ​​ນຳ​ມາ​ເຊິ່ງ​ຊີ​ວິດ​ສັນ​ຕິ​ພາບ​ຄື​ໃນ​ປະ​ຈຸ​ບັນ​, ​ດັ່ງ​ນັ້ນ, ພວກ​ເຮົາ​ຕ​້ອງ​ເຮັດ​ຫຍັງ​ເພື່ອ​ສ້າງ​ສາ​ປະ​ເທດຊາດ ແລະ ​ການດຳ​ລົງ​ຊີ​ວິດ​​ໂດຍສັນ​ຕິ​ພາບ, ບໍ່​ພຽງ​ແຕ່ຢູ່​ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ທົ່ວ​ໂລກ​ອີ​ດ້ວຍ”.

ຂ່າວ/ບົດ​ອື່ນ