ງານວາງສະແດງຊຸດອາພອນທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ

(VOVWORLD) -ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດ ອາຊຽນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 25 ມິຖຸນາ, ຢູ່ສູນວັດທະນະທຳຮູບເງົາແຂວງ ເທື່ອທຽນເຫ້ວ.
ງານວາງສະແດງຊຸດອາພອນທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ - ảnh 1(ທີ່ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດ ອາຊຽນ)

ໂດຍນອນໃນງານ Festival ເຫ້ວ 2022 ພວມຈັດຂຶ້ນຢູ່ກຸງເກົ່າ ເຫ້ວ, ແຂວງ ເທື່ອທຽນເຫ້ວ, ງານວາງສະແດງຊຸດອາພອນປະຈຳຊາດຂອງບັນດາປະເທດ ອາຊຽນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 25 ມິຖຸນາ, ຢູ່ສູນວັດທະນະທຳຮູບເງົາແຂວງ ເທື່ອທຽນເຫ້ວ. ງານວາງສະແດງໂດຍຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ເປັນປະທານ, ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ປະຈຳ ຫວຽດນາມ ຈັດຂຶ້ນ.

ງານວາງສະແດງແມ່ນສ່ວນໜຶ່ງໃນສາງວັດທະນະທຳຊຸດອາພອນປະຈຳຊາດຂອງບັນດາປະເທດສະມາຊິກ ອາຊຽນ ດ້ວຍບັນດາຊຸດອາພອນປະຈຳຊາດເປັນເອກະລັກສະເພາະ. ນອກນັ້ນ, ແຕ່ລະປະເທດຍັງວາງສະແດງພາບຖ່າຍກ່ຽວກັບທິວທັດທຳມະຊາດກ່ຽວກັບປະເທດຊາດ, ງານບຸນ, ການດຳລົງຊີວິດວັດທະນະທຳ, ການເຫຼື້ອມໄສບູຊາຂອງປະຊາຊົນບັນດາປະເທດ ອາຊຽນ ຕິດພັນກັບພາບຖ່າຍປະຊາຊົນນຸ່ງຊຸດອາພອນປະຈຳຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ