ງານວາງສະແດງຊຸດຮູບພາບ “ພັກກອມມູນິດ ຫວຽດນາມ - ລະດູບານໃໝ່ຂອງປະເທດຊາດ”

ງານວາງສະແດງຊຸດຮູບພາບ “ພັກກອມມູນິດ ຫວຽດນາມ - ລະດູບານໃໝ່ຂອງປະເທດຊາດ” - ảnh 1
(ພາບປະກອບ)

(vovworld) -  ງານ​ວາງສະ​ແດງ​ຊຸດ​ຮູບ​ພາບ “ພັກ​ກອມ​ມູນິດ ຫວຽດນາມ - ລະດູບານ​ໃໝ່​ຂອງ​ປະ​ເທດ​ຊາດ” ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 20/12 ຢູ່ ນະຄອນ ​ເກີ່​ນ​ເທີ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 72 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ (22/12/1944 – 22/12/2016), ປຸກ​ລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ​ໃຫ້​ລຸ້ນໜຸ່ມ.

        ​​ໂດຍຜ່ານຮູບ​ພາບ 170 ​ແຜ່ນ, ງານ​ວາງສະ​ແດງ​ໄດ້​ແນະນຳ​ການ​ກຳ​ເນີດ, ​ເຕີບ​ໃຫຍ່​ເຂັ້ມ​ແຂງຂອງ​ພັກ​ກອມ​ມູນິດ ຫວຽດນາມ ຜ່ານ​ບັນດາ​ໄລຍະ, ບົດບາດ​ການ​ນຳພາ​ຂອງ​ພັກ​ໃນ​ວິວັດ​​​ແຫ່ງ​ການຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ນອກຈາກ​ບັນດາ​ຮູບ​ພາບ, ​ເອກະສານ​ຂາວ​ດຳອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປະທານ ​ໂຮ່ຈີ​ມິນ ​ໃນ​ໄລຍະ​ຕົ້ນ​ຂອງ​ການ​ຂົນຂວາຍ​ສ້າງ​ຕັ້ງ​ພັກ, ​ເນື້ອ​ໃນ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ງານ​ວາງສະ​ແດງ​ຍັງ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ບັນດາ​ຮູບ​ພາບ​ສິລະ​ປະ​ກ່ຽວ​ກັບ​ວິຖີ​ດຳລົງ​ຊີວິດ​ຂອງ​ນະຄອນ​ໜຸ່ມ ​ເກີນ​ເທີ ​ໃນ​ປະຈຸ​ບັນ. ງານ​ວາງສະ​ແດງ​ຈະ​ອັດ​ລົງ​ໃນ​ທ້າຍ​ເດືອນ 4.

ຂ່າວ/ບົດ​ອື່ນ