ງານ​ວາງສະ​ແດງດ້ວຍ​ຫົວ​ຂໍ້ ປະທານ​ໂຮ່ຈີ​ມິນ ກັບ​ຊົນ​ຊັ້ນ​ກໍາມະກອນ ​ແລະ ອົງການ​ກໍາມະບານ​ຫວຽດນາມ”

(VOVWORLD) -   ງານວາງສະແດງດ້ວຍຫົວຂໍ້ “ປະທານໂຮ່ຈີມິນ ກັບຊົນຊັ້ນກໍາມະກອນ ແລະ ອົງການກໍາມະບານຫວຽດນາມ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 18 ພຶດສະພາ ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ທີ່ນະຄອນຫຼວງຮ່າໂນ້ຍ. ການເຄື່ອນໄຫວນີ້ ໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດ ແລະ ສະຫະພັນໃຫຍ່ແຮງງານຫວຽດນາມ ສົມທົບກັນຈັດຕັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນຄົບຮອບ 130 ປີ (18/05/1890 – 19/05/2020).
ງານ​ວາງສະ​ແດງດ້ວຍ​ຫົວ​ຂໍ້ ປະທານ​ໂຮ່ຈີ​ມິນ ກັບ​ຊົນ​ຊັ້ນ​ກໍາມະກອນ ​ແລະ ອົງການ​ກໍາມະບານ​ຫວຽດນາມ” - ảnh 1ບັນດາຜູ້ແທນຢ້ຽມຊົມງານວາງສະແດງ (ພາບ: TTXVN) 

   ງານວາງສະແດງ ໄດ້ແນະນໍາເອກະສານ, ວັດຖຸພັນ, ພາບຖ່າຍກວ່າ 200 ຢ່າງ ຕາມ 3 ເນື້ອໃນດັ່ງນີ້: ການສ້າງຕັ້ງ ແລະ ພັດທະນາຂອງຊົນຊັ້ນກໍາມະກອນ ແລະ ອົງການກໍາມະບານຫວຽດນາມ; ຄວາມເອົາໃຈໃສ່ຂອງປະທານໂຮ່ຈີມິນ ທີ່ມີຕໍ່ຊົນຊັ້ນກໍາມະກອນ ແລະ ອົງການກໍາມະບານຫວຽດນາມ; ຊົນຊັ້ນກໍາມະກອນ, ອົງການກໍາມະບານຫວຽດນາມ ປະຕິບັດຕາມຄໍາສັ່ງສອນຂອງປະທານໂຮ່ຈີມິນ. ທ່ານ ເງາະຢຸຍຫ໋ຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ໃຫ້ຮູ້ວ່າ:

        “ພະນັກງານ, ພາລະກອນ, ກໍາມະກອນແຕ່ລະຄົນ ເມື່ອມາຢ້ຽມຊົມງານວາງສະແດງ ຍິ່ງມີຄວາມເຂົ້າໃຈກ່ຽວກັບຄວາມຮັກແພງ, ຄວາມເອົາໃຈໃສ່ທີ່ປະທານໂຮ່ຈີມິນ ໄດ້ສະຫງວນໃຫ້ກໍາມະກອນ ແລະ ອົງການກໍາມະບານ ຊຶ່ງເປັນການສະແດງໃຫ້ເຫັນຮູບພາບຜູ້ນໍາສູງສຸດຂອງປະເທດຊາດ. ເຖິງວ່າຂ້ອງຄາກັບວຽກງານນາໆປະການກໍຕາມ ແຕ່ ເພິ່ນຍັງແບ່ງເວລາໃຫ້ແກ່ກໍາມະກອນ ແລະ ສະມາຊິກກໍາມະບານ.  ຈາກນັ້ນ, ພະນັກງານກໍາມະບານຂອງທຸກວັນນີ້ ຕ້ອງມີຄວາມໃກ້ຊິດຕິດແທດ, ຮັບຟັງຄວາມມຸ່ງມາດປາດຖະໜາ ແລະ ພິເສດແມ່ນຕ້ອງຢຶດໝັ້ນເພື່ອຕໍ່ສູ້ປົກປ້ອງສິດ ແລະ ຜົນປະໂຫຍດໃຫ້ແກ່ຊາວຜູ້ອອກແຮງງານ”.

        ງານວາງສະແດງດັ່ງກ່າວ ຈະດໍາເນີນຈົນຮອດທ້າຍເດືອນສິງຫາ 2020 ຈິ່ງອັດລົງ.

ແລະກໍເນື່ອງໃນໂອກາດນີ້, ຫໍສະໝຸດແຫ່ງຊາດຫວຽດນາມ ກໍໄດ້ຈັດຕັ້ງງານສະແດງປື້ມອ່ານທາງອອນລາຍ, ໂດຍໄດ້ນໍາສະເໜີປຶ້ມອ່ານ 500 ຫົວ ກ່ຽວກັບຊີວິດ, ພາລະກິດການປະຕິວັດ, ແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ. ໃນໂອກາດສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈີມິນ ຄົບຮອບ 130 ປີ, ປື້ມ “ປະທານໂຮ່ຈີມິນ: ຜູ້ສ້າງພື້ນຖານໃຫ້ແກ່ສາຍພົວພັນລະຫວ່າງຫວຽດນາມ - ໄທ ໃນປັດຈຸບັນ” ສະບັບພາສາອັງກິດ ຫາກໍ່ສ້າງສໍາເລັດ ແລະ ຈະສະເໜີຕໍ່ຜູ້ອ່ານໄທໂດຍໄວ. 

ຕອບກັບ

ຂ່າວ/ບົດ​ອື່ນ