ງານວາງສະແດງດ້ານການສຶກສາມະຫາວິທະຍາໄລຫວຽດນາມຄັ້ງທຳອິດຢູ່ລາວ

ງານວາງສະແດງດ້ານການສຶກສາມະຫາວິທະຍາໄລຫວຽດນາມຄັ້ງທຳອິດຢູ່ລາວ - ảnh 1
ພິທີໄຂງານວາງສະແດງ
ພາບ: My Binh

(vovworld) –  ຕອນ​ເຊົ້າ​ວັນ​ທີ 20/5, ຢູ່​ນະຄອນຫຼວງ ວຽງ​ຈັນ, ກະຊວງ​ສຶກສາ ​ແລະ ກໍ່​ສ້າງ ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ກິລາ ລາວ ຈັດ​ຕັ້ງ “ງານ​ວາງສະ​ແດງ​ດ້ານ​ການ​ສຶກສາ​ມະຫາວິທະຍາ​ໄລ ຫວຽດນາມ ຄັ້ງ​ທຳ​ອິດ​ຢູ່​ລາວ”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ນອນ​ໃນ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ກ່ຽວ​ກັບ​ດ້ານ​ການ​ສຶກສາ​ຂອງ ຫວຽດນາມ. ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ນີ້, ມີ​​ມະຫາວິທະຍາ​ໄລ, ວິທະຍາ​ໄລ, ກຽມ​ມະຫາວິທະຍາ​ໄລ, ​ໂຮງຮຽນ​ສອນ​ພາສາ ຫວຽດ 37 ​ແຫ່ງ. ນະ​ທີ່​ນີ້, ບັນດາ​​ໂຮງຮຽນ​ໄດ້​ແນະນຳ​ກ່ຽວ​ກັບ​ໂຄງການ​ບຳລຸງ​ສ້າງ, ພື້ນຖານ​ດ້ານ​ວັດ​ຖຸ, ກາລະ​ໂອກາດ​ຮຳ່ຮຽນ, ບັນດາ​ໂຄງການ​ທຶນການ​ສຶກສາ. ກ່າວ​ຄຳ​ເຫັນ​​ໄຂ​ງານ​ວາງສະ​ແດງ, ທ່ານ ກອງ​ສີ ​ແສງ​ມະນີ, ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກິລາ ລາວ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງແທດ​ຈິງ, ​ເພື່ອ​​ແນ​ໃສ່ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​​ໃຫ້​ມີ​ປະສິດທິ​ຜົນ ​ແລະ ປະກົດ​ຜົນ​ເປັນ​ຈິງ. ທ່ານ​ໃຫ້​ຮູ້​ວ່າ: ງານ​ວາງສະ​ແດງ​ຄັ້ງ​ນີ້​ມີ​ຄວາມ​ໝາຍ ​ແລະ ມີ​ຄວາມ​ສຳຄັນ​ສຳລັບ​ນັກຮຽນ, ນັກ​ສຶກສາ ລາວ. ຜ່ານ​ງານ​ວາງສະ​ແດງ​ຄັ້ງ​ນີ້, ພວກ​ນ້ອງ​ຈະ​ມີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ​ຂອງ ຫວຽດນາມ, ພວກ​ນ້ອງ​ຈະ​ມີ​ການ​ເລືອກ​​ເຟັ້ນ​ຮຽນ​ຂະ​ແໜງ​​ໃດ, ຢູ່​ໃສ ​ແລະ ຂັ້ນ​ໃດ? ທ່ານ ​ແສງ​ມະນີ ສະ​ແດງ​ຄວາມ​ຫວັງ​: ຈະ​ສືບ​ຕໍ່​ຮ່ວມ​ມື​ກ່ວາ​ອີກ, ມີ​​ການ​ເຄື່ອນ​ໄຫວ​ທີ່ແທ​ດຈິງ​ຫຼາຍ​ຢ່າງເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາລະ​ຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ