ງານ​ວາງ​ສະ​ແດງ​ປຶ້ມ “ການ​ພົວ​ພັນ​ມິດ​ຕະ​ພາບທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ: ​ສ້າງຂີດ​ໝາຍ​ໃນ​ແຕ່​ລະ​ໜ້າ​ປຶ້ມ”

(VOVWORLD) -ຕອນບ່າຍວັນທີ 23 ສິງຫາ, ຢູ່ນະຄອນ ດ່າໜັງ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເຖີດ ໄດ້ສົມທົບກັບສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງຊາດ ລາວ ໄດ້ໄຂງານວາງສະແດງປຶ້ມ ດ້ວຍຫົວຂໍ້ “ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ: ສ້າງຂີດໝາຍໃນແຕ່ລະໜ້າປຶ້ມ” ແລະ ການໂອ້ລົມສົນທະນາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2022) ຄົບຮອບ 60 ປີ.
ງານ​ວາງ​ສະ​ແດງ​ປຶ້ມ “ການ​ພົວ​ພັນ​ມິດ​ຕະ​ພາບທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ: ​ສ້າງຂີດ​ໝາຍ​ໃນ​ແຕ່​ລະ​ໜ້າ​ປຶ້ມ” - ảnh 1ພິທີໄຂງານວາງສະແດງປຶ້ມ (ພາບ: TTXVN)

ມີປຶ້ມນັບຮ້ອຍຫົວໄດ້ຮັບການຄັດເລືອກມາວາງສະແດງລ້ວນແຕ່ນຳມາເຊິ່ງຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງສູງ ເປັນຕົ້ນແມ່ນປຶ້ມນິພົນ “ກາກມາກ - ອັງແກນ; ປຶ້ມນິພົນ ເລນິນ ນິພົນຄົບຊຸດ; ໂຮ່ຈີມິນ ຄົບຊຸດ; ປະຫວັດສາດສາຍພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ (1930 – 2007); ປຶ້ມກ່ຽວກັບການນຳສອງປະເທດຄື: ໄກສອນ ພົມວິຫານ - ຊີວິດ ແລະ ພາລະກິດ; ສຸພານຸວົງ - ຊີວະປະຫວັດຫຍໍ້ ແລະ ຂະບວນການເຄື່ອນໄຫວ… ໄປຄຽງຄູ່ກັນນັ້ນ, ປຶ້ມເອເລັກໂຕນິກສະບັບພາສາລາວ ກໍໄດ້ຈຳໜ່າຍໃນເວັບໄຊ stbook.vn ແລະ thuviencoso.vn ຂອງສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເຖີດ. ງານວາງສະແດງຈະແກ່ຍາວແຕ່ນີ້ຮອດວັນທີ 15 ກັນຍາ ຈຶ່ງອັດລົງ.

        ໃນຂອບເຂດງານວາງສະແດງ, ພາຍຫຼັງພິທີໄຂແມ່ນການໂອ້ລົມສົນທະນາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (05/09/1962 – 05/09/2022). ຢູ່ທີ່ນີ້, ສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ແນໃສ່ເພີ່ມທະວີການແນະນຳໃຫ້ຜູ້ອ່ານສອງປະເທດກ່ຽວກັບປະເທດຊາດ, ປະຊາຊົນ, ກ່ຽວກັບບົດຮຽນປະສົບການໃນຂະບວນວິວັດແຫ່ງການປະຕິຮູບ, ເປີດປະຕູຂອງລາວ ແລະ ພາລະກິດແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ ກໍຄື ການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ລາວ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຟ້າມມິງຕວັນ, ຜູ້ອຳນວຍການ - ບັນນາທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສິເຖີດ, ໃຫ້ຮູ້ວ່າ: 

        “ພວກຂ້າພະເຈົ້າໄດ້ພິມຈຳໜ່າຍປຶ້ມຫົວຫຼ້າສຸດທີ່ໄດ້ແປເປັນພາສາລາວ. ໃນລະບົບເອເລັກໂຕນິກຂອງສຳນັກພິມ, ພວກທ່ານສາມາດ ສະແກນ QR ຫຼືໃນລະບົບປຶ້ມເອເລັກໂຕນິກ ເພື່ອເຂົ້າອ່ານ. ໃນປີນີ້, ພວກຂ້າພະເຈົ້າ ຈະສ້າງເວັບໄຊ 1 ດ້ວຍພາສາລາວ ເພື່ອໂຫຼດປຶ້ມເອເລັກໂຕນິກດ້ວຍພາສາລາວສະບັບຕ່າງໆຂອງສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶເຖີດ ລົງເວັບໄຊດັ່ງກ່າວ”.

       

ຕອບກັບ

ຂ່າວ/ບົດ​ອື່ນ