ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2022

(VOVWORLD) -ງານວາງສະແດງ, ໄດ້ວາງສະແດງ ແນະນຳບັນດາພາຫະນະສູ້ຮົບ, ມາດຕະການເຕັກໂນໂລຊີ, ອາວຸດ, ເຄື່ອງອຸປະກອນນຳໃຊ້ໃຫ້ທຸກກຳລັງທະຫານເຮືອ, ທະຫານບົກ...
ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2022 - ảnh 1(ທີ່ງານວາງສະແດງ)

        ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2022 (Vietnam International Defence Expo 2022) ພວມຈັດຂຶ້ນຢູ່ ຮ່າໂນ້ຍ (ແຕ່ວັນທີ 08-10 ທັນວາ). ໃນເນື້ອທີ່ດິນກວ້າງກວ່າ 50.000 ຕາແມັດ, ງານວາງສະແດງ, ໄດ້ວາງສະແດງ ແນະນຳບັນດາພາຫະນະສູ້ຮົບ, ມາດຕະການເຕັກໂນໂລຊີ, ອາວຸດ, ເຄື່ອງອຸປະກອນນຳໃຊ້ໃຫ້ທຸກກຳລັງທະຫານເຮືອ, ທະຫານບົກ, ທະຫານປ້ອງກັນອາກາດ, ການຕໍ່ສູ້ທາງອິນເຕີແນັດ ແລະ ບັນດາເຄື່ອງອຸປະກອນພະລາທິການ, ເຕັກນິກ. ທ່ານພົນຈັດຕະວາ ເລຊວນຊາງ, ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໃຫ້ຮູ້ວ່າ:

        “ນີ້ເປັນຄັ້ງທຳອິດທີ່ກະຊວງປ້ອງກັນປະເທດ ຫວຽດນາມ ຈັດງານວາງສະແດງປ້ອງກັນຊາດດ້ວຍຂອບຂະໜາດໃຫຍ່. ເປົ້າໝາຍແມ່ນໄດ້ແນະນຳ, ໂຄສະນາບັນດາຜົນງານດ້ານອຸດສາຫະກຳປ້ອງກັນຊາດ ແລະ ແນະນຳໃຫ້ເພື່ອນມິດສາກົນກ່ຽວກັບພາບພົດປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ ແລະ ກໍ່ເພື່ອຖອດຖອນບົດຮຽນໃນການຈັດງານວາງສະແດງປ້ອງກັນຊາດ, ສາກົນຄັ້ງຕໍ່ໄປ ດ້ວຍຂອບຂະໜາດໃຫຍ່ກວ່າ ແລະ ບັນລຸປະສິດທິຜົນກວ່າ”.

        ຢູ່ຮ້ານວາງສະແດງສາກົນ, ບັນດາບໍລິສັດທີ່ມາຈາກ 30 ປະເທດ ໄດ້ແນະນຳອາວຸດທັນສະໄໝຫຼາຍປະເພດ, ເຕັກໂນໂລຊີໃໝ່ສຸດ. ຄາດວ່າ, ງານວາງສະແດງນີ້ ຈະຈັດຂຶ້ນ 2 ປີເທື່ອໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ