ງານວາງສະແດງພາບຂັດມັນ ແລະ ພາບເຈ້ຍສາຂອງຫວຽດນາມ

    ງານວາງສະແດງພາບຂັດມັນ ແລະ ພາບເຈ້ຍສາຂອງຫວຽດນາມ - ảnh 1
ພາບຂັດມັນທີ່ງານວາງສະແດງ

(vovworld)- ​ແຕ່​ວັນ​ທີ 4 ຫາ​ວັນ​ທີ 28/2/2014, ຢູ່​ຫ້ອງ​ວາງສະ​ແດງ​ພາບ​ແຕ້ມ Victoria ​ໄດ້​ດຳ​ເນີນ​ງານວາງສະ​ແດງ​ພາບ​ແຕ້ມ​ທີ່​ມີ​ຫົວ​ຂໍ້ “ ຄວາມ​ເຊື່ອ​ໝັ້ນ ​ແລະ ກາລະ​ເວລາ ” ຂອງ​ນັກ​ຈິດຕະກອນ ມາຍ​ດັກ​ລິງ. ນີ້​ແມ່ນ ງານວາງສະ​ແດງ​ພາບ​ແຕ້ມ​ສ່ວນ​ບຸກຄົນຄັ້ງ​ທຳ​ອິດ​ຂອງ ຂອງ​ນັກ​ຈິດຕະກອນ ມາຍ​ດັກ​ລິງ ຢູ່​ຝະລັ່ງ ດ້ວຍ​ພາບ​ຂັດ​ມັດ 13 ​ແຜ່ນ, ​ໃນ​ນັ້ນ​ມີ​ພາບ​ທີ​ມີ​ຂະໜາດ​ໃຫຍ່ 5 ​ແຜ່ນ ​ແລະ ພາບ​ເຈ້ຍສາ​ເກືອບ 10 ​ແຜ່ນຊຶ່ງມີ​ລັກສະນະ​ປະສານ​ລະຫວ່າງ​ຝ່າຍ​ຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ. ນັກ​ຈິດຕະກອນ ມາຍ​ດັກ​ລິງ ​ໄດ້​ແບ່ງປັນ​ແນວ​ຄວາມ​ຄິດ​ປະດິດ​ຄິດ​ສ້າງ​ຂອງ​ຕົນ ​ແມ່ນ​ເລີ່​ມມາ​ຈາກ​ສະຕິ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ​ກ່ຽວ​ກັບ ຄວາມ​ເຊື່ອ​ໝັ້ນ ​ແລະ ກາລະ​ເວລາ, ກ່ຽວ​ກັບ​ຄອບຄົວ, ສາສະໜາ....​ເຖິງ​ວ່າ​ຊ້ອນ​ແຝງ​ແນວ​ຄິດ​ຈິດ​ໃຈ​ໃນ​ພາບ​ຂັດ​ມັນ ຫຼື ມີ​ຄວາມ​ສະຫວ່າງ​ສະ​ໄຫວ ​ແລະ ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ພາບ​ເຈ້ຍສາ​ກໍ​ຕາມ, ​ແຕ່​ສານ​ຂອງ​ນັກ​ຈິດຕະກອນ ມາຍ​ດັກ​ລິງ​ແມ່ນ​ຢາກ​ແນະນຳ​ນ້ຳ​ໃຈ​ວັດທະນະທຳ​ມະນຸດ ​ແລະ ພຸດທະ​ສາສະໜາ​ໃຫ້​ແກ່​ຜູ້​ມາ​ຊົມ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ຊົມ​ຊອບ​ສິລະ​ປະ​ຢູ່​ຝະລັ່ງ​​ໄດ້​ຊອກ​ຮູ້​ຕື່ມກ່ຽວ​ກັບ​ສິລະ​ປະ​ເຮັດ​ພາບ​ຂັດ​ມັນ ​ແລະ ພາບ​ເຈ້ຍສາ​ຂອງ​ຫວຽດນາມອີກ​ດ້ວຍ.

ຂ່າວ/ບົດ​ອື່ນ