ງານວາງສະແດງພາບຖ່າຍ “ຄວາມເອກອ້າງທະນົງໃຈເຂດຊາຍແດນ”

(VOVWORLD) -ງານວາງສະແດງໄດ້ແນະນຳຮູບຖ່າຍດີເດັນ 100 ແຜ່ນ, ວາດພາບຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ ແລະ ຊາວຫວຽດນາມ ຢູ່ບັນດາເຂດຊາຍແດນທາງບົກຂອງຫວຽດນາມ.
ງານວາງສະແດງພາບຖ່າຍ “ຄວາມເອກອ້າງທະນົງໃຈເຂດຊາຍແດນ” - ảnh 1(ພິທີເປີດງານວາງສະແດງ)

“ຄວາມເອກອ້າງທະນົງໃຈເຂດຊາຍແດນ” ແມ່ນງານວາງສະແດງໂດຍຄະນະໂຄສະນາສຶກສາສູນກາງພັກ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ສະມາຄົມນັກຖ່າຍຮູບຫວຽດນາມ ຈັດຕັ້ງ, ເຊິ່ງໄຂຂຶ້ນໃນຕອນບ່າຍວັນທີ 23 ມີນາ, ຢູ່ຮ່າໂນ້ຍ. ງານວາງສະແດງໄດ້ແນະນຳຮູບຖ່າຍດີເດັນ 100 ແຜ່ນ, ວາດພາບຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ ແລະ ຊາວຫວຽດນາມ ຢູ່ບັນດາເຂດຊາຍແດນທາງບົກຂອງຫວຽດນາມ. ງານວາງສະແດງກໍ່ແມ່ນໂອກາດເພື່ອໂຄສະນາວຽກງານຂີດຂັ້ນປັກຫຼັກໝາຍ ແລະ ຄຸ້ມຄອງຊາຍແດນ, ຍົກສູງຄວາມເຂົ້າໃຈສຳລັບອະທິປະໄຕເຂດຊາຍແດນ, ຜືນແຜ່ນດິນຂອງປະເທດຊາດ… ທ່ານນາງ ເຈິ່ງທິທູດົງ, ປະທານສະມາຄົມນັກຖ່າຍຮູບສິລະປະຫວຽດນາມ, ໃຫ້ຮູ້ວ່າ.

        “ບັນດານັກຖ່າຍຮູບໄດ້ສ່ອງແສງສະພາບຕົວຈິງຂອງການດຳລົງຊີວິດ, ການຝຶກຊ້ອມກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ, ອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ ຂອງບັນດາກຳລັງປະກອບອາວຸດ; ບັນດານັກຮົບປ້ອງກັນຊາຍແດນ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກເພື່ອຮັບປະກັນຄວາມສະຫງົບສຸກຂອງປະເທດຊາດ”.

        ງານວາງສະແດງຈະອັດລົງໃນວັນທີ 28 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ