ງານວາງສະແດງພາບຖ່າຍ “ ຈົ່ງມາຢ້ຽມຢາມເຈື່ອງຊາຄັ້ງໜຶ່ງ ”

(VOVWORLD) -ງານວາງສະແດງພາບຖ່າຍ ແລະ ປຶ້ມພາບດ້ວຍຫົວເລື່ອງ “ ຈົ່ງມາມາຢ້ຽມຢາມເຈື່ອງຊາຄັ້ງໜຶ່ງ ” ຖືກໄຂຂຶ້ນຢູ່ຮ່າໂນ້ຍແຕ່ວັນທີ 10 ຫາວັນທີ 20 ຕຸລາປີ 2017
ງານວາງສະແດງພາບຖ່າຍ “ ຈົ່ງມາຢ້ຽມຢາມເຈື່ອງຊາຄັ້ງໜຶ່ງ ”  - ảnh 1

     ງານວາງສະແດງພາບຖ່າຍ “ ຈົ່ງມາຢ້ຽມຢາມເຈື່ອງຊາຄັ້ງໜຶ່ງ ”  

ດ້ວຍພາບຖ່າຍກວ່າ 70 ແຜ່ນທີ່ນຳມາວາງສະແດງ, ງານວາງສະແດງໄດ້ກາຍເປັນເລື່ອງລາວທີ່ເລົ່າເຖິງຄວາມໃນໃຈຂອງຄະນະປະຕິບັດງານເລກທີ 8, ໃນນັ້ນ ມີຊາວຫວຽດນາມອາໄສຢູ່ 22 ປະເທດ ແລະ ເຂດແຄ້ວນໃນໂລກ ເມື່ອໄດ້ຢຸດແວຢາມເກາະຕ່າງໆ ເພື່ອພົບປະແລກປ່ຽນກັບບັນດານັກຮົບທີ່ພວມປະຕິບັດງານຢູ່ໝູ່ເກາະເຈື່ອງຊາໃນເດືອນພຶດສະພາປີ 2017. ງານວາງສະແດງພາບຖ່າຍ ແລະ ປຶ້ມພາບດ້ວຍຫົວເລື່ອງ “ ຈົ່ງມາມາຢ້ຽມຢາມເຈື່ອງຊາຄັ້ງໜຶ່ງ ” ກໍເປັນການສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ພ້ອມກັບບັນດານັກຮົບ ແລະ ປະຊາຊົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ເຂດໝູ່ເກາະທະເລເພື່ອປົກປັກຮັກສາອະທິປະໄຕທີ່ສັກກະຫຼະບູຊາຂອງປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ