ງານວາງສະແດງພາບຖ່າຍ “ທີ່ດິນ ແລະ ມະນຸດໃນບ້ານເກີດເມືອງນອນຂອງກອງທັບເຮືອຮ່ວາງຊາ”

ງານວາງສະແດງພາບຖ່າຍ “ທີ່ດິນ ແລະ ມະນຸດໃນບ້ານເກີດເມືອງນອນຂອງກອງທັບເຮືອຮ່ວາງຊາ” - ảnh 1
​ພາບ​ຖ່າຍໃນງານ​ວາງ​ສະ​ແດງ
(ພາບ: baotintuc)

(vovworld) –​ ວັນ​ທີ 12/03, ຢູ່​ສູນ​​​ສຳ​ເນົາ ແລະ ​ວາງ​ສະ​ແດງ​ພາບ​ຖ່າຍ​ສີ​ລະ​ປະ​ຫວຽດ​ນາມ, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ນັກ​​ສິ​ລະ​ປິນຖ່າຍ​ຮູບ​ຫວຽດ​ນາມ ສົ​ມ​ທົບ​ກັບ​ສະ​ມາ​ຄົມ​ວັນ​ນະ​ຄະ​ດ​ີ​ສິ​ລະ​ປະ​ແຂວງ ກວາງ​ຫງ້າຍ ໄດ້​ຈັດ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ສິ​ລະ​ປະ ດ້ວຍ​ຫົວ​ຂ​ໍ້​ວ່​າ “​ທີ່​ດິນ ແລະ ມະ​ນຸດ​​ໃນ​ບ້ານ​ເກີດ​ເມືອງນອນກອງ​ທັບ​ເຮືອ​ຮ່​ວາງ​ຊາ ຜ່ານ​ສາຍ​ຕາ​ຂອງ​ບັນ​ດາ​ນັກ​ຖ່າຍ​ຮູບ”. ງານ​ວາງ​ສະ​ແດງ ໄດ້​​ແນະ​ນຳ​ພາບ​ຖ່າຍ 150 ແຜ່ນ ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ຖ່າຍ​ຮູບ ທີ່​ໄດ້​ຖ່າຍ​ຢູ່​ເຂດ​ດິນກວາງ​ຫງ້າຍ, ໃນ​ນັ້ນ​ມີ​ເມືອງ​ເກາະ​ລິ໋​ເຊີນ, ເຊິ່ງ​ແມ່ນ​​ແຫ່ງບ້ານ​ເກີດ​ເມືອງນ​ອນ​ຂ​ອງກອງ​ທັບ​ເຮືອ​​ຮ່​ວາງ​ຊາ ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ສະ​ໄໝ​ລ​າ​ຊະ​ວົງ ຫງວຽນ ​ເມື່ອ​ເຄິ່ງ​ຕົ້ນ​ສະ​ຕະ​ວັດ​ທີ 17, ​ເພື່ອ​ແນ​ໃສ່​ເດີນ​ທະ​ເລ​​ປະ​ຕິ​ບັດ​ກ​ໜ້າ​ທີ່​​ວັດ​ແທກ​ທາງ​ທະ​ເລ, ປັກ​ຫຼັກ​ໝາຍ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຢູ່ 2 ໝ​ູ່​ເກາະ ຮ່​ວາ​ງ​ຊາ ແລະ ເຈື່ອງ​ຊາ. ງານ​ວາງ​ສະ​ແດງ​ໄດ້​ເປີດ​ປະ​ຕູ​ຮອດ​ວັນ​ທີ 20/03.

ຂ່າວ/ບົດ​ອື່ນ