ງານວາງສະແດງພາບຖ່າຍ “ປະເທດຊາດ, ຊາວອາຊຽນ”

(VOVWORLD) -ງານວາງສະແດງໄດ້ວາງສະແດງພາບຖ່າຍ 200 ແຜ່ນ, ເຊິ່ງໄດ້ຄັດເລືອກຈາກພາບຖ່າຍກວ່າ 10.000 ແຜ່ນຂອງນັກຖ່າຍຮູບ 1.248 ຄົນທີ່ມາຈາກ 10 ປະເທດອາຊຽນ
ງານວາງສະແດງພາບຖ່າຍ “ປະເທດຊາດ, ຊາວອາຊຽນ” - ảnh 1 (ພາບຖ່າຍກ່ຽວກັບປະເທດລາວ)

ເນື່ອງໃນໂອກາດເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ (1945 - 2020), ຂ່ຳນັບຊົມເຊີຍປີປະທານອາຊຽນ. ໂດຍໄດ້ຮັບການຊີ້ນຳຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ກົມວິຈິດສິນ, ຖ່າຍຮູບ ແລະ ງານສະແດງໄດ້ຈັດງານວາງສະແດງ “ປະເທດຊາດ, ຊາວອາຊຽນ”.

        ງານວາງສະແດງໄດ້ວາງສະແດງພາບຖ່າຍ 200 ແຜ່ນ, ເຊິ່ງໄດ້ຄັດເລືອກຈາກພາບຖ່າຍກວ່າ 10.000 ແຜ່ນຂອງນັກຖ່າຍຮູບ 1.248 ຄົນທີ່ມາຈາກ 10 ປະເທດອາຊຽນຄື: ບຣຸໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ທ່ານ ມ້າເທ໊ແອັງ, ຮອງຫົວໜ້າກົມຮັບຜິດຊອບກົມວິຈິດສິນ, ຖ່າຍຮູບ ແລະ ງານສະແດງຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ.

        “ນີ້ແມ່ນໂອກາດເພື່ອໂຄສະນາກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຂອງບັນດາຊາດໃນອາຊຽນ ກໍຄືວັດທະນະທຳການດຳລົງຊີວິດ, ສະພາບແວດລ້ອມຂອງແຕ່ລະປະເທດ. ນອກຈາກນັ້ນ, ຜ່ານງານວາງສະແດງຄັ້ງນີ້, ບັນດາຮັກຖ່າຍຮູບຈະມີໂອກາດເພື່ອແລກປ່ຽນບົດຮຽນກ່ຽວກັບອາຊີບຂອງຕົນ. ພາຍຫຼັງງານວາງສະແດງນີ້, ພວກຂ້າພະເຈົ້າໄດ້ເຊື້ອເຊີນບັນດານັກຖ່າຍຮູບໄດ້ຮັບລາງວັນໄປຖ່າຍຮູບຢູ່ອ່າວ ຮະລອງ ໃນຮອບເວລາ 2-3 ວັນ. ນີ້ແມ່ນໜຶ່ງໃນບັນດາງານວາງສະແດງທີ່ໄດ້ຈັດຂຶ້ນທີ່ບັນລຸຜົນສຳເລັດທີ່ສຸດເນື່ອງໃນໂອກາດປີຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ.”

        ສ່ວນນັກຖ່າຍຮູບ ເຈິ່ນຫວຽດວັນ, ປະຈຸບັນພວມເຮັດວຽກຢູ່ໜັງສືພິມ ລາວດົ້ງ (ໜັງສືພິມແຮງງານ) ໄດ້ແບ່ງປັນເມື່ອຮັບຊົມຊຸດພາບຖ່າຍກ່ຽວກັບປະເທດລາວ ວ່າ:

        “ຂ້າພະເຈົ້າມີຄວາມໂຊກດີເມື່ອມີໂອກາດໄປປະເທດລາວ, ເຄີຍຖ່າຍຮູບຢູ່ລາວ ແລະ ກໍ່ແມ່ນຜູ້ຂຽນບົດລະຄອນເອກະສານກ່ຽວກັບທ່ານເລຂາທິການໃຫຍ່ລາວ ຈູມມະລີ ໄຊຍະສອນ. ຂ້າພະເຈົ້າເຫັນວ່າ, ບັນດາພາບຖ່າຍຢູ່ທີ່ນີ້ໄດ້ສ່ອງແສງໄດ້ບັນດາຮີດຄອງປະເພນີທີ່ອຸດົມສົມບູນຂອງລາວ, ພິເສດແມ່ນງານບຸນທາດຫຼວງ ຢູ່ນະຄອນຫຼວງວຽງຈັນ ທີ່ມີຊື່ສຽງ, ນອກນັ້ນຍັງມີພາບຖ່າຍບັນດານາງສາວລາວ, ວາດຟ້ອນ, ນັກບວດ, ບັນດາການລະຫຼີ້ນພື້ນເມືອງ, ບັນດາຊຸດປະຈຳຊາດ… ສາມາດເຫັນໄດ້ຈຸດສັງລວມຂອງປະເທດລາວ ເຊິ່ງແມ່ນປະເທດຮັກຫອມສັນຕິພາບ, ຊາວລາວ ເປັນຄົນໃຈດີ, ໃກ້ຊິດສະໜິດສະໜົມ, ຮັກແພງແຂກຄົນ”.

        ງານວາງສະແດງຈະເປີດປະຕູນັບແຕ່ເວລາ 9 ໂມງ 30 ນາທີ - 17 ໂມງ 30 ນາທີ, ນັບແຕ່ວັນທີ 01 – 08 ກັນຍາ 2020, ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ