ງານວາງສະແດງພາບຖ່າຍ, ເອກະສານຂອງ 25 ປະຊະນີຍະສະຖານຢູ່ຄຸກ ຮວາລໍ່

(VOVWORLD) - ງານວາງສະແດງແມ່ນບ່ອນເກັບຮັກສາຄວາມຊົງຈຳ, ບ່ອນສ້າງຂີດໝາຍບັນດາວິລະກຳ, ບັນດາບາດກ້າວພັດທະນາຂອງຂະບວນການປະຕິວັດ ຫວຽດນາມ.
ງານວາງສະແດງພາບຖ່າຍ, ເອກະສານຂອງ 25 ປະຊະນີຍະສະຖານຢູ່ຄຸກ ຮວາລໍ່ - ảnh 1ທີ່ງານວາງສະແດງ
(ພາບ: ຄຸກ ຫວາລໍ່)

ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບນາມມະຍົດ ນະຄອນເພື່ອສັນຕິພາບ ຈາກອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) (16 ກໍລະກົດ 1999 – 16 ກໍລະກົດ 2024), ຄະນະຄຸ້ມຄອງຄຸກ ຫວາລໍ່ ໄດ້ວາງສະແດງເອກະສານ, ພາບຖ່າຍກ່ຽວກັບເຂດມໍລະດົກປະຫວັດສາດວັດທະນະທຳ, ເຂດມໍລະດົກຕໍ່ສູ້ປະຕິວັດ ແລະ ອະນຸສອນສະຖານຂອງ ຮ່າໂນ້ຍ 25 ແຫ່ງ. ເອື້ອຍ ລ້າບິກຖຸຍ, ພາລະກອນປະຈຳຄຸກ ຫວາລໍ່, ໃຫ້ຮູ້ວ່າ:

“ງານວາງສະແດງແມ່ນບ່ອນເກັບຮັກສາຄວາມຊົງຈຳ, ບ່ອນສ້າງຂີດໝາຍບັນດາວິລະກຳ, ບັນດາບາດກ້າວພັດທະນາຂອງຂະບວນການປະຕິວັດ ຫວຽດນາມ. ງານວາງສະແດງກໍ່ແມ່ນການສະແດງຄວາມຮູ້ບຸນຄຸນ, ອາໄລຫາບັນດາຄຸນງາມຄວາມດີ, ການເສຍສະຫຼະຊີວິດຢ່າງພິລະອາດຫານຂອງພະນັກງານ, ນັກຮົບທີ່ໄດ້ຕໍ່ສູ້ເພື່ອພື້ນຖານເອກະລາດ, ເສອລີພາບຂອງຊາດ ຫວຽດນາມ ແລະ ໃຫ້ແກ່ ຮ່າໂນ້ຍ - “ນະຄອນວິລະຊົນ”, “ນະຄອນເພື່ອສັນຕິພາບ”.

ງານວາງສະແດງນີ້ຈັດຂຶ້ນຮອດວັນທີ 15 ກັນຍາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດຄຸກ ຫວາລໍ່.

ຕອບກັບ

ຂ່າວ/ບົດ​ອື່ນ