ງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ

(VOVWORLD) - ວັນທີ 28 ສິງຫາ, ຢູ່ນີງບີ່ງ, ໄດ້ຈັດຕັ້ງງານວາງສະແດງພາບຖ່າຍ ແລະ ຮູບເງົາເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ. ງານວາງສະແດງແມ່ນການເຄື່ອນໄຫວແທດຈິງເພື່ອຫັນໂຄງການກະທຳຂອງລັດຖະບານ ກ່ຽວກັບການໂຄສະນາ, ເຜີຍແຜ່ ອາຊຽນ, ການສ້າງຕັ້ງປະຊາຄົມ ອາຊຽນ ແລະ ບັນດາຜົນປະໂຫຍດໂດຍປະຊາຄົມນຳມາໃຫ້ເປັນລະອຽດ. 
ງານວາງສະແດງພາບຖ່າຍ ແລະ ຮູບເງົາສາລະຄະດີ - ເອກະສານໃນປະຊາຄົມ ອາຊຽນ ຢູ່ ຫວຽດນາມ - ảnh 1 ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ

ງານວາງສະແດງແນະນຳພາບຖ່າຍກ່ວາ 300 ແຜ່ນ ແລະ 60 ຟິມຮູບເງົາສາລະຄະດີ - ເອກະສານທີ່ສ່ອງແສງໃຫ້ເຫັນຫຼາຍຫົວຂໍ້ທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບຄື: ຄວາມງາມຂອງປະເທດຊາດ, ປະຊາຊົນ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດ ອາຊຽນ, ການປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊົນເຜົ່າຕ່າງໆໃນປະຊາຄົມບັນດາປະເທດ ອາຊຽນ. ພິເສດ, ງານວາງສະແດງຍັງແນະນຳບັນດາຊຸດສະແຕມ ແລະ ກາປະທັບລວມຂອງບັນດາປະເທດ ອາຊຽນ. ຜ່ານງານວາງສະແດງ, ຜູ້ຊົມຈະມີຄວາມເຂົ້າໃຈກ່ວາກ່ຽວກັບວັດທະນະທຳ, ປະຊາຊົນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນອາຊຽນ; ສ້າງກະລາໂອກາດ, ເງື່ອນໄຂໃຫ້ບັນດາຊົນເຜົ່ານັບມື້ນັບຫຍັບມໍ່ໃກ້ກັນກ່ວາເພື່ອພື້ນຖານວັດທະນະທຳ ທີ່ເຕັມໄປດ້ວຍສີສັນ, ຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບ. ຜ່ານນັ້ນ, ຮຽກຮ້ອງໃຫ້ປະຊາຊົນ ຫວຽດນາມ ພ້ອມກັນຮ່ວມແຮງຮ່ວມໃຈສ້າງປະຊາຄົມ ອາຊຽນ, ປະຊາຄົມເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ມຸ່ງໄປເຖິງປະຊາຊົນ. ວາງສະແດງເປີດປະຕູຮອດວັນທີ 31 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ