ງານວາງສະແດງພາບຖ່າຍກ່ຽວກັບການຖົມດິນເປັນເກາະຢ່າງຜິດກົດໝາຍຂອງຈີນ

ງານວາງສະແດງພາບຖ່າຍກ່ຽວກັບການຖົມດິນເປັນເກາະຢ່າງຜິດກົດໝາຍຂອງຈີນ - ảnh 1
(ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ຢູ່​ສ.ເກົາ​​ການ​ເຄື່ອນ​ໄຫວ
​ຖົມ​ດິນກໍ່​ສ້າງ​ເກາະ​ທຽ​ມ​ຢ່າງ​ຜິດ​ກົດ​ໝາຍ​ຂອ​ງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ)


(vovworld) - ວັນ​ທີ 29/11, ຢູ່​ມະ​​ຫາ​ວິ​ທະ​ຍາ​ໄລ Kyunghee, ນະ​ຄອ​ນ​ຫຼວງ​ເຊ​ີ​ອຸ່ນ, ສ.ເກົາ​ຫຼີ ໄດ້​ຈັດ​ງານ​ວາງ​ສະ​ແດ​ງ​ພາບ​ຖ່າຍກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຖົມ​ດິນກໍ່​ສ້າງ​ເກາະ​ທຽມ​ຢ່າງ​ຜິດ​ກົດ​ໝາຍ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ສະ​ມາ​ຄົມ​ໃນ​ວົງ​ຕະ​ກຸນ ​ລ​ີ໋​ຮ​ວາ​ເຊີນ ຢ​ູ່​ສ.ເກົາ​ຫຼີ ຈັດ​ຕັ້ງ ໃນ​ຂອບ​ເຂດ​ວັນ​ບຸນ​ນັກ​ສຶກ​ສາ​ຫວຽດ​ນາມ ຮ່ຳ​ຮຽນ​ຢູ່​ສ.ເກົາ​ຫຼີ ຄັ້ງ​ທີ 11. ງານ​ວາງ​ສະ​ແດງ​ໄດ້​ວາງ​ສະ​ແດງພາບ​ຖ່າຍກວ່າ 40 ແ​ຜ່ນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຖົມ​ດິນ, ກໍ່​ສ້າງ​ເກາະ​ທຽ​ມ​ຢ່າງ​ຜິດ​ກົດ​ໝາຍ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ​ພາບ​ຖ່າຍ​​ບາງ​ແຜ່ນກ່ຽວ​ກັບ​ແຜນ​ທີ່​ບູ​ຮານຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊ​າ ແລະ ເຈື່ອງ​ຊາ.

      ກ່າວ​ຄຳ​ເຫັນ​ໄ​ຂ​ງານ​ວາງ​ສະ​ແ​ດງ, ທ່ານ ລິ໋​ເທື່ອວິ້ງ (Lee Seung Young), ປະ​ທານ​ສະ​ມາ​ຄົມ​​ດັ່ງ​ກ່າວເນັ້ນ​ໜັກ​ວ່າ, ຜ່ານ​ງານວ​າງ​ສະ​ແດງ​ຄັ້ງ​ນີ້, ຄະ​ນະ​ຈັດ​ຕັ້ງ​ຢາກ​ແນະ​ນຳ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝ​ູ່​ເກາະ​ຂອງ​ຫວຽດ​ນາມ ຢ່າງ​ຈະ​ແຈ້ງກວ່າ, ກ່ຽວ​ກັບ​ບັນ​ດາ​ການ​ກະ​ທຳ​ຂອງ​ຈີນ ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສະ​ພາບ​ແວດ​ລ້ອມ​ຂອງ​ທະ​ເລ​ໃນ​ໄລ​ຍະ​ມໍ່​ໆ​ມານີ້, ຜ່ານນັ້ນ​ຊ່ວຍ​ຜູ້​ຊົມ​ຫັນ​ໄດ້​ສະ​ພາບ​ຕົວ​ຈິງ​ກ່ຽວ​ກັບ​ສິ່ງ​ທີ່​ພວ​ມ​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ບັນ​ດາ​ການ​​ກະ​ທຳປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ.

      ກ່ອນ​ໜ້ານັ້ນ, ໃນ​ບົດ​ກ່າວ​ປ​າໄສ​ຢູ່​ວັນ​ບຸນ​ນັກ​ສຶກ​ສາ​ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ສ.ເກົາ​ຫຼ​ີ ຟ້າມ​ຫິວ​ຈິ໋ ເຊື່ອ​ໝັ້ນ​ວ່າ, ຜ່າ​ນ​ງານ​ວາງ​ສະ​ແດງ, ປະ​ຊາ​ຊົນ​ເກົ​າ​ຫຼີ ແລະ ເພື່ອນ​ມິດ​ສາ​ກົນ​ຈະ​ເຂົ້າ​ໃຈ​ແຈ້ງ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ສ້າງ​ເກາະ​ທຽມ​ຢ່າງ​ຜິດ​ກົດ​ໝາຍ​ຂອງ​ຈີນ, ລະ​ເມີດ​ອະ​ທິ​ປະໄຕ​ຂອງ​ຫວຽດ​ນາມ ຢ່າງ​ຮ້າຍ​ແຮງ, ພ້ອມ​ທັງ​ເຂົ້າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ປະ​ຫວັດ​ສາດ ແລະ ການ​ຕໍ່​ສູ້​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ປະ​ຊາ​ຊົນຫວຽດ​ນາມ.

ຂ່າວ/ບົດ​ອື່ນ