ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ສັນ​ຍາ ເຊີ​ແນວ 1954 ຢູ່​ສະ​ວິດ

(VOVWORLD) - ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເຂົ້າຄວາມມານະພະຍາຍາມລວມຂອງປະຊາຄົມສກົນ ເພື່ອສັນຕິພາບ, ເອກະລາດຊົນຊາດ, ການພັດທະນາ, ການຮ່ວມມື ແລະ ຄວາມກ້າວໜ້າສັງຄົມໃນໂລກ.
ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ສັນ​ຍາ ເຊີ​ແນວ 1954 ຢູ່​ສະ​ວິດ - ảnh 1ງານວາງສະແດງ “ການສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍາ ເຊີແນວ (1954 - 2024) (ພາບ: TTXVN)

ວັນທີ 12 ມິຖຸນາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ເຊີແນວ, ສະວິດ ໄດ້ຈັດງານວາງສະແດງ “ການສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍາ ເຊີແນວ (1954 - 2024) ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ”. ກ່າວຄຳເຫັນໄຂເຫດການ, ທ່ານນາງ ຫງຽນມິງຮັ່ງ ຮອງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ສັນຍາ ເຊີແນວ ແມ່ນໄຊຊະນະບໍ່ພຽງແຕ່ຂອງຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດໃນການຕໍ່ສູ້ປົດປ່ອຍຊາດອີກດ້ວຍ. ສັນຍາ ເຊີແນວ ໄດ້ລະດົມກຳລັງໃຈຢ່າງແຮງໃຫ້ແກ່ຂະບວນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດຊົນຊາດ, ເປີດສາກໃຫ້ແກ່ການລົ້ມລະລາຍຂອງລັດທິຫົວເມືອງຂຶ້ນໃນທົ່ວໂລກ. ໂດຍເສີມຂະຫຍາຍຈິດໃຈຂອງ ສັນຍາ, ຫວຽດນາມ ໄດ້ ແລະ ພວມປະຕິບັດຢ່າງມີຄວາມສະເໝີຕົ້ນສະໝີປາຍ ກ່ຽວກັບແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະ ຫຼາຍຮູບຫຼາຍແບບ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງ, ເປັນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເຂົ້າຄວາມມານະພະຍາຍາມລວມຂອງປະຊາຄົມສກົນ ເພື່ອສັນຕິພາບ, ເອກະລາດຊົນຊາດ, ການພັດທະນາ, ການຮ່ວມມື ແລະ ຄວາມກ້າວໜ້າສັງຄົມໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ