ງານວາງສະແດງພາບຖ່າຍວາດພາບປະຫວັດສາດສະຫງ່າອົງອາດຂອງຊາດຫວຽດນາມຢູ່Slovakia

ງານວາງສະແດງພາບຖ່າຍວາດພາບປະຫວັດສາດສະຫງ່າອົງອາດຂອງຊາດຫວຽດນາມຢູ່Slovakia - ảnh 1
​​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ຫວຽດ​ນາມ
ພາບ:vov

(vovworld)-  ​​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ຫວຽດ​ນາມ ພວມດ​ຳ​ເນີນ​ຢູ່​ນະ​ຄອນ​ຫລວງ Blatislava ປະ​ເທດ Slovakia. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ພາບ​ຖ່າຍ​ຂາວ​ດຳ​ 80 ແຜ່ນ ພ້ອມ​ກັບ​ບັນ​ດາ​ບົດ​ກະ​ວີ ຂອງ​ນັກ​ຖ່າຍ​ຮູບ Miroslav Tuleja, ​ຊ​າວ Slovakia ຊື່ງ​ແມ່ນອະ​ດີດ​ນັກ​ຂ່າວ​ສະ​ຫນາມ​ຮົບ ຢູ່​ຫວຽດ​ນາມ ໃນ​ຊຸມ​ປີ 70 ຂອງ​ສັດ​ຕະ​ວັດ​ກ່ອນ. ບັນ​ດາ​ພາບ​ຖ່າຍ ໄດ້​ວາດ​ພາບ​ເຖິງ​ບາງ​ຮູບ​ພາບ​ໃນ​ສົງ​ຄາມ ແລະ ການ​ສ້າງ​ສັນ​ຕິ​ພາບ​ຄືນ​ໃຫມ່ ພາ​ຍ​ຫລັງ​ສັນ​ຍາ ປາ​ຣີ ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ຕົ້ນ​ປີ 1973 ກໍ​ຄື​ວາດ​ພາບ​ຮູບ​ພາບ​ກ່ຽວ​ກັບ​ຊາວ​ຫ​ງຽດ​ນາມ ມີ​ຄວາມ​ປະ​ເອີບ​ໃຈ, ຮັກ​ແພງ​ຊີ​ວິດ ເຖິງວ່າ​ພວມ​ປະ​ເຊີນ​ຫນ້າ​ກັບ​ສົງ​ຄາມຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ. ງານ​ວາງ​ສະ​ແດງ ແມ່ນນອນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ຊາດ​ຫວຽດ​ນາມ ແລະ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ Slovakia, ເປີດ​ປະ​ຕູ​ແຕ່​ວັນ​ທີ 7-21/10/2015.

ຂ່າວ/ບົດ​ອື່ນ