ງານວາງສະແດງພາບຖ່າຍສິລະປະຫວຽດນາມປີ 2018

(VOVWORLD) -ງານວາງສະແດງພາບຖ່າຍສິລະປະຫວຽດນາມ 2018 ໄດ້ໄຂຂຶ້ນໃນວັນທີ 30 ຕຸລາ, ຢູ່ນະຄອນ ຫ້າລອງ, ແຂວງກວາງນິງ. ງານວາງສະແດງໄດ້ແນະນຳ 245 ພາບຖ່າຍ ດ້ວຍ 2 ຫົວເລື່ອງ “ຫ້າລອງ - ກວາງນິງ - ມູມມອງໃໝ່” ແລະ ບັນດາພາບຖ່າຍເສລີທີ່ຖ່າຍຢູ່ຫວຽດນາມ.

ງານວາງສະແດງພາບຖ່າຍສິລະປະຫວຽດນາມປີ 2018 - ảnh 1

ງານວາງສະແດງພາບຖ່າຍສິລະປະຫວຽດນາມປີ 2018 

(ພາບ: nhandan.com.vn)

ຜ່ານບັນດາພາບຖ່າຍທີ່ໄດ້ຄັດເລືອກມາວາງສະແດງຢູ່ໃນງານວາງສະແດງຄັ້ງນີ້, ບັນດານັກຖ່າຍຮູບໄດ້ສະແດງໃຫ້ເຫັນມູມມອງກ່ຽວກັບຊີວິດຍຸກປະຈຸບັນ, ປະເທດຊາດ, ປະຊາຊົນ, ກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ວີກຽນແທ່ງ, ຫົວໜ້າກົມວິຈິດສິນ, ຖ່າຍຮູບ ແລະ ວາງສະແດງ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ.

        “ງານວາງສະແດງໄດ້ສະແດງໃຫ້ເຫັນການມີຫົວຄິດປະດິດສ້າງ ແລະ ກຳແໜ້ນເຕັກໂນໂລຊີຂອງບັນດານັກຖ່າຍຮູບອາຊີບຫວຽດນາມ, ພິເສດແມ່ນການນຳໃຊ້ flycam ແລະ ຖ່າຍຮູບເຕັກໂນໂລຊີ, ຖ່າຍຮູບໃຕ້ນ້ຳ ແລະ ມີນັກຖ່າຍຮູບ 63 ຄົນຢູ່ 63 ແຂວງ ນະຄອນເຂົ້າຮ່ວມງານວາງສະແດງຄັ້ງນີ້. ຍ້ອນເຫດການນີ້ໄດ້ຮັບການຕອບສະໜອງຈາກວົງການນັກຖ່າຍຮູບເປັນຈຳນວນຫຼວງຫຼາຍ ສະນັ້ນ, ສະພາຄັດເລືອກຈຶ່ງໄດ້ມີເງື່ອນໄຂຄັດເລືອກຢ່າງລະອຽດ ເພື່ອເລືອກເອົາຊຸດພາບຖ່າຍມາວາງສະແດງໃນງານວາງສະແດງຫ້າລອງ, ກວາງນິງ ໃນຄັ້ງນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ