ງານວາງສະແດງພາບຖ່າຍຫວຽດນາມຢູ່ຝລັ່ງ

ງານວາງສະແດງພາບຖ່າຍຫວຽດນາມຢູ່ຝລັ່ງ - ảnh 1
(ພາບ​ປະ​ກອບ)

(vovworld) - “ຫວຽດ​ນາມ: ​ໃນສະ​ໄໝ​ທີ່​ກ່ອນ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ” ແມ່ນ​ຊື່​ຂອງ​ງານ​ວາງ​ສະ​ແດງ, ເຊິ່ງ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທ​ີ 21/11, ຢູ່​ເຮືອນ​ຫວຽດ​ນາມ (Foyer Vietnam) ຢູ່​ນະ​ຄ​ອນ​ຫຼວງ​ປາ​ຣີ, ປະ​ເທດ​ຝ​ລັ່ງ. ງານ​ວາງ​ສະ​ແດງ​ແນະ​ນຳ​ມີ​ພາບ​ຖ່າຍ​ປະ​ມານ 30 ແຜ່ນ​ກ່ຽວ​ກັບ​ຊີ​ວິດ ແລະ ຊາວ​ຫວຽດ​ນາມ ​ໂດຍນັກ​ຖ່າຍ​ຮູບ Michel Blanchard, ອ​ະ​ດີດ​ຫົວ​ໜ້າ​ຜູ້​ຕາງ​ໜ້າ​ຫ້ອງ​ການ​ສຳ​ນັກ​ຂ່າວ​ສານ AFP ປະ​ຈຳ​ຫວຽດ​ນາມ ຖ່າຍ​ໃນ​ໄລ​ຍະ 1981 – 1988, ເມື່ອ​ທ່ານ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ ແລະ ໃນ​ຊຸມ​ປີ​ຕໍ​່ໄປ ເມື່ອ​ທ່ານ​ໄດ້​ກັບ​ຄືນ​ມາ​ຫວຽດ​ນາມ. ​ທີ່​ງານ​ວາງ​ສະ​ແ​ດງ, ຜູ້​ຊົມ​ສາ​ມາດຄົ້ນ​ຫ​າ​ຄວາມ​ງາມ​ຂອງ​ຖະ​ໜົນ​ເກ​ົ່າ​ຮ່າ​ໂນ້ຍ, ອ່າວ​ຮ້າ​ລອງ ດ້ວຍ​ຄວາ​ມ​ງາມ​ແບບ​ທຳ​ມະ​ຊາດ, ມະ​ຫາ​ວິ​ທະ​ຍາ​ໄລ​ເຫ້ວ ​ທີ່ບູ​ຮານ ຫຼື ການ​ດຳ​ລົງ​ຊີ​ວິດ​ທີ່​ລຽບ​ງ່າຍ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ