ງານວາງສະແດງພາບຖ່າຍແລະຟີມສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ຫວຽດນາມ

ງານວາງສະແດງພາບຖ່າຍແລະຟີມສາລະຄະດີ-ເອກະສານໃນປະຊາຄົມອາຊຽນຢູ່ຫວຽດນາມ - ảnh 1
ພິ​ທີ​ໄຂ​ງານ​ວາງ​ສະ​ແດ​ງ​ຮູບ​ຖ່າຍ​ແລະ​ຟີມ​ສາ​ລະ​ຄະ​ດີ
ພາບ:baogiaothong

(vovworld)- ຕອນ​ຄ່ຳ​ວັນ​ທີ 14/5, ງານ​ວາງ​ສະ​ແດງ ພາບ​ຖ່າຍ​ແລະ​ຟີມ​ສາ​ລະ​ຄະ​ດີ-ເອ​ກະ​ສານໃນ​ປະ​ຊາ​ຄົມ​ອາ​ຊຽນ​ຢູ່​ຫວຽດ​ນາມ​ໄດ້​ຖືກ​ໄຂ​ຂຶ້ນຢູ່​ເຂດ​ທ່ອງ​ທ່ຽວ​ສາ​ກົນ ຕວນ​ເຈົາ ແຂວງ ກວ໋າງ​ນີງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕອບ​ສະ​ຫນອງ​ປີ​ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ກາ​ນ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 31/12/2015 ໂດຍ​ກະ​ຊວງ​ຖະ​ແຫລ​ງ​ຂ່າວ ແລະ ສື່​ສານ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວ໋າງ​ນີງ​ຈັດ​ຕັ້ງ. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ພາບ​ຖ່າຍ 300 ແຜ່ນ ແລະ ຟີມ​ສາ​ລະ​ຄະ​ດີ - ເອ​ກະ​ສານ 60 ເລື່ອງ​ທີ່​ຍາດ​ໄດ້​ລາງວັນ​ໃນ​ບັນ​ດາ​ລາຍ​ການ​ຄື: ງານ​ມະ​ໂຫລານ​ພາບ​ຖ່າຍ​ສາ​ກົນ ແລະ ຟີມ​ສາ​ລະ​ຄະ​ດີ - ເອ​ກະ​ສານ ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ ໃນ​ປະ​ຊາ​ຄົມ ອາ​ຊຽນ​ປີ 2010, ງານ​ມະ​ໂຫລາ​ນ​ພາບ​ຖ່າຍ ແລະ ຟີມ​ສາ​ລະ​ຄະ​ດີ ເອ​ກະ​ສານ ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ປະ​ຊາ​ຄົມ ອາ​ຊຽນ ປີ 2013 ຫລື ງານ​ມະ​ໂຫລານ​ພາບ​ຖ່າຍ - ຟີມ​ສາ​ລະ​ຄະ​ດີ ແລະ ເອ​ກະ​ສານ​ກ່ຽວ​ກັບ​ບັນ​ດາ​ປະ​ເທດ​ໃນ​ປະ​ຊາ​ຄົມ ອາ​ຊຽນ ປີ 2015. ທ່ານ ເຈືອງ​ມີງ​ຕວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

        “ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ພວກ​ເຮົາ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ, ສິ່ງ​ແວ​ດ​ລ້ອມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ປະ​ເທດ​ນັບ​ມື້​ນັບ​ຫຍັບ​ມໍ່​ໃກ້​ກັນ​ກວ່າ ເພື່ອ​ພື້ນ​ຖານ​ວັດ​ທະ​ນະ​ທຳ ອາ​ຊຽນ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ, ຫລາຍ​ຮູບ​ຫລາຍ​ແບບ. ງານ​ວາງ​ສະ​ແດງ​ຄັ້ງນີ້​ຄື​ດັ່ງ​ຄຳ​ຮຽກ​ຮ້ອງ​ປະ​ຊາ​ຊົນ​ຫວຽດ​ນາມ ຮ່ວ​ມ​ແຮງ​ຮ່ວມ​ໃຈ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ເພື່ອ​ຈຸດ​ໝາຍ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ມຸ່ງ​ໄປ​ເຖິງ​ປະ​ຊາ​ຊົນ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ