ງານວາງສະແດງພາບແຕ້ມ: ຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ

(VOVWORLD) -ຜ່ານການເຮັດວຽກຢູ່ສະຖານທູດ, ການພົວພັນກັບພໍ່ແມ່ປະຊາຊົນຢູ່ບັນດາເຂດພາກຂອງປະເທດລາວ, ຂ້າພະເຈົ້າເຫັນວ່າປະຊາຊົນລາວ ແມ່ນຜູ້ມີນິດໄສໃຈດີ.
ງານວາງສະແດງພາບແຕ້ມ: ຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ - ảnh 1(ພິທີຕັດແຖບຜ້າໄຂງານວາງສະແດງພາບແຕ້ມ)

ຕອນເຊົ້າວັນທີ 19 ເມສາ, ຢູ່ຮ່າໂນ້ຍ ໄດ້ຈັດພິທີໄຂງານວາງສະແດງພາບແຕ້ມຂອງຈິດຕະກອນ ເລຢຸງເກື່ອງ. ຈິດຕະກອນ ເລຢຸງເກື່ອງ, ແມ່ນ ອະດີດພະນັກງານຂະແໜງການທູດ, ທ່ານໄດ້ແຕ້ມບັນດາພາບເຄິງຄີງ, ພິເສດແມ່ນໄດ້ແຕ້ບບັນດາຜູ້ທີ່ມີຊື່ສຽງ, ບັນດາການນຳທີ່ມີອິດທິພົນຊື່ສຽງຂອງ 2 ປະເທດຫວຽດນາມ - ລາວ ໃນໂອກາດພິເສດ.

ງານວາງສະແດງພາບແຕ້ມ: ຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ - ảnh 2(ຈິດຕະກອນ ເລຢຸງເກື່ອງ)

ໃນງານວາງສະແດງຄັ້ງນີ້, ຈິດຕະກອນໄດ້ແນະນຳກັບຜູ້ຊົມພາບຖ່າຍກວ່າ 50 ແຜ່ນ, ລວມມີຫຼາຍຫົວເລື່ອງ ດ້ວຍວັດຖຸແຕ້ມຫຼາຍຢ່າງຄື: ເຈ້ຍແຂງ, ສໍສີ, ເຈ້ຍສາ… ໃນນັ້ນມີພາບແຕ້ບຫຼາຍແຜ່ນແຕ້ມກ່ຽວກັບການດຳລົງຊີວິດປະຈຸບັນ, ຮີດຄອງປະເພນີຂອງປະເທດ, ປະຊາຊົນລາວ, ບັນດາພາບແຕ້ມເຄິງຄີງນາງສາວລາວ ແລະ ບັນດາໝູ່ເພື່ອນຂອງທ່ານ. ຈິດຕະກອນ ເລຢຸງເກື່ອງ ແບ່ງປັນວ່າ: ພາບແຕ້ມແຕ່ລະແຜ່ນແມ່ນອະນຸສອນຢ່າງເລິກເຊິ່ງໃນວິວັດການເຮັດວຽກ ແລະ ການເຄື່ອນໄຫວດ້ານວິຈິດສິນຂອງຕົນ.

        “ຜ່ານການເຮັດວຽກຢູ່ສະຖານທູດ, ການພົວພັນກັບພໍ່ແມ່ປະຊາຊົນຢູ່ບັນດາເຂດພາກຂອງປະເທດລາວ, ຂ້າພະເຈົ້າເຫັນວ່າປະຊາຊົນລາວ ແມ່ນຜູ້ມີນິດໄສໃຈດີ. ຍ້ອນຂ້າພະເຈົ້າເຄີຍຮຽນວິຈິດສິນ, ສະນັ້ນຂ້າພະເຈົ້າໄດ້ເຊື່ອມຕໍ່ 2 ພື້ນຖານວັດທະນະທຳ, ເຊື່ອມຕໍ່ງານບຸນ, ຮີດຄອງປະເພນີຂອງປະຊາຊົນລາວ ຜ່ານບັນດາພາບແຕ້ມ”.

ງານວາງສະແດງພາບແຕ້ມ: ຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ - ảnh 3(ນັກສິລະປິນປະຊາຊົນ ຈູງຫ໊ຽວ, ຫົວໜ້າໂຮງລະຄອນຮ່າໂນ້ຍ)

ມີຈິດຕະກອນ, ນັກສິລະປິນຫຼາຍຄົນໄດ້ມາຢ້ຽມຊົມງານວາງສະແດງຂອງຈິດຕະກອນ ເລຢຸງເກື່ອງ. ພາຍຫຼັງຢ້ຽມຊົມບັນດາພາບແຕ້ມທີ່ໄດ້ນຳມາວາງສະແດງຢູ່ງານວາງສະແດງນີ້. ນັກສິລະປິນປະຊາຊົນ ຈູງຫ໊ຽວ, ຫົວໜ້າໂຮງລະຄອນຮ່າໂນ້ຍ, ແບ່ງປັນວ່າ:

        “ທຸກຫົວເລື່ອງເຊິ່ງຈິດຕະກອນ ເກື່ອງ ແຕ້ມນັ້ນ, ຈາກພາບແຕ້ມເຄິ່ງຄີງຕະຫຼອດຮອດແຕ້ມສິ່ງຂອງ, ທິວທັດທຳມະຊາດຂອງປະເທດຫວຽດນາມ ແລະ ລາວ, ຫຼືບັນດາພາບແຕ້ມທີ່ອ້າຍ ເກື່ອງ ພົບເຫັນຢູ່ຕາມທາງ ແມ່ນມີຊີວິດຊີວາທີ່ສຸດ. ຍິ່ງກວ່ານັ້ນແມ່ນການໃສ່ສີໃນບັນດາພາບແຕ້ມແມ່ນຮຸ່ງເຫຼືອງທີ່ສຸດ, ຜ່ານນີ້ໄດ້ສະແດງໃຫ້ເຫັນນິດໄສຂອງຈິດຕະກອນຜູ້ໜຶ່ງທີ່ຍາມໃດກໍ່ມີຄວາມປະເອີບໃຈ, ມີຄວາມຮັກຕໍ່ຊີວິດ ແລະ ສິລະປະ. ງານວາງສະແດງນີ້ໄດ້ສ້າງຄວາມປະທັບໃຈທີ່ສຸດສຳລັບຂ້າພະເຈົ້າ”.

        ບັນດາພາບແຕ້ມຂອງຈິດຕະກອນ ເລຢຸງເກື່ອງ ໄດ້ວາງສະແດງຢູ່ ເຮືອນວາງສະແດງສະມາຄົມວິຈິດສິນຫວຽດນາມ, ເລກທີ 16 ຖະໜົນ ໂງກວ່ຽນ, ຮ່າໂນ້ຍ ນັບແຕ່ວັນທີ 19 – 27 ເມສາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ