ງານວາງສະແດງພາບແຕ້ມຂອງເດັກນ້ອຍເນື່ອງໃນໂອກາດວັນຄອບຄົວ, ຄວາມຮັກແພງແລະ ບໍລິສຸດຜຸດຜ່ອງຂອງລັດເຊຍ

ງານວາງສະແດງພາບແຕ້ມຂອງເດັກນ້ອຍເນື່ອງໃນໂອກາດວັນຄອບຄົວ, ຄວາມຮັກແພງແລະ ບໍລິສຸດຜຸດຜ່ອງຂອງລັດເຊຍ - ảnh 1
​ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ຂອງ​ເດັກ​ນ້ອຍ
ພາບ:baodautu.vn

(vovworld)- ເນື່ອງ​ໃນ​ໂອ​ກາດ​ວັນ​ຄອບ​ຄົວ, ຄວາ​ມ​ຮັກແພງ ແລະ ​ບໍ​ລິ​ສຸດ​ຜຸດ​ຜ່ອງ​ຂອງ​ສະ​ຫະ​ພັນ​ລັດ​ເຊຍ (8/7) ແລະ ວັນ​ຄອບ​ຄົວ​ຫວຽດ​ນາມ (28/6), ຕອນ​ຄ່ຳ​ວັນ​ທີ 4/7 ຢູ່ ຮ່າ​ໂນ້ຍ, ໄດ້​ໄຂ​ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ຂອງ​ເດັກ​ນ້ອຍ “​ຈົ່ງ​ປະ​ໃຫ້​ດວງຕາ​ເວັນ​ສົ່ງ​ແສງ​ສະ​ຫວ່າງ​ຕະ​ຫລອດ”. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ Shafinskaya Natalia,  ​ຮັກ​ສາ​ການ​ຜູ້​ອຳ​ນວຍ​ການສູນ​ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ລັດ​ເຊຍ​ຢູ່ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ວັນ​ຄອບ​ຄົວ​ຢູ່ ຫວຽດ​ນາມ ແລະ ລັດ​ເຊຍ ຖືກ​ຈັດ​ຂຶ້ນ​ເພື່ອ​ປັບ​ປຸງ ແລະ ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ຂອງ​ຄອບ​ຄົວ, ຮັກ​ສາ ແລະ ປົກ​ປ້ອງ​ລັກ​ສະ​ນະ​ສືບ​ທອດ​ຂອງ​ລຸ້ນ​ຕ່າງໆ. ຫົວ​ຂໍ້​ຂອງ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ແມ່ນ​ສັນ​ຍາ​ລັກ​ໃຫ້​ແກ່​ຄວາມ​ສາ​ມັກ​ຄີ​​ປອງດອງ​ໃນ​ຄອບ​ຄົວ, ສັນ​ຕິ​ພາບ​ໃນ​ໂລກ. ສັບ​ປະ​ດາ​ຄອບ​ຄົວ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 4-8/7 ກໍ​ແມ່​ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ຫວຽດ​ນາມ ແລະ ຄອບ​ຄົວ​ລັດ​ເຊຍ ພົບ​ປະ​ແລກ​ປ່ຽນ, ຮ່ຳ​ຮຽນ​ບັນ​ດາ​ຄຸນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາດ​ຕົນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ