ງານວາງສະແດງມໍລະດົກວັດທະນະທຳ “ປະຊາຄົມບັນດາປະເທດອາຊຽນ”

(VOVWORLD) -ວັນທີ 17 ມັງກອນ, ຢູ່ຫໍພິພິດຕະພັນແຂວງກອນຕຸມ ໄດ້ດຳເນີນພິທີໄຂງານວາງສະແດງມໍລະດົກວັດທະນະທຳ “ປະຊາຄົມບັນດາປະເທດອາຊຽນ”.

ງານວາງສະແດງມໍລະດົກວັດທະນະທຳ “ປະຊາຄົມບັນດາປະເທດອາຊຽນ” - ảnh 1 ງານວາງສະແດງມໍລະດົກວັດທະນະທຳ “ປະຊາຄົມບັນດາປະເທດອາຊຽນ”

(ພາບ: TTXVN)

ງານວາງສະແດງນອນໃນບັນດາການເຄື່ອນໄຫວຂ່ຳນັບຊົມເຊີຍປີໃໝ່ປີຈໍ 2018, ສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, 105 ປີແຫ່ງວັນສ້າງຕັ້ງແຂວງກອນຕຸມ, 10 ປີແຫ່ງວັນເປີດສະຫຼອງເສົ້າຫຼັກໝາຍສາຍແດນລະຫວ່າງ 3 ປະເທດອິນດູຈີນ ຫວຽດນາມ - ລາວ - ກຳປູເຈຍ… ງານວາງສະແດງໄດ້ແບ່ງເປັນ 3 ຫົວເລື່ອງ ດ້ວຍ 334 ບົດປະພັນ, ວັດຖຸພັນຂອງບັນດາປະເທດຄື: ມາເລເຊຍ, ອິນໂດເນເຊຍ, ລາວ, ກຳປູເຈຍ, ສິງກະໂປ… ສະແດງໃຫ້ເຫັນຊີວິດການເປັນຢູ່, ບັນດາທັດສະນີຍະພາບ, ວັດທະນະທຳຂອງ 10 ປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ