ງານວາງສະແດງມີສີສັນຊົນນະບົດຂອງນັກສິລະປີນຮ່າຈິ໋ຮ໋ຽວເປີດສາກງານວາງສະແດງຂອງ AIA Vietnam Eye

ງານວາງສະແດງມີສີສັນຊົນນະບົດຂອງນັກສິລະປີນຮ່າຈິ໋ຮ໋ຽວເປີດສາກງານວາງສະແດງຂອງ AIA Vietnam Eye - ảnh 1
(ງານ​ວາງ​ສະ​ແດງ​ມີ​ສີ​ສັນ​ຊົນ​ນະ​ບົດ​ຂອງ​ນັກສິ​ລະ​ປີນ​ຮ່າ​ຈິ໋​ຮ໋ຽວ
​ເປີດ​ສາກ​ງານ​ວາງ​ສະ​ແດງ​ຂອງ AIA Vietnam Eye)


(vovworld) - ວັນ​ທີ 19/11, ​ຢູ່​ຮ່າ​ໂນ້ຍ, ໄດ້​ຈັດ​ງານ​ວາງ​ສ​ະ​ແດງ​ຂອງ​ນັກ​ສິ​ລະ​ປີນ ຮ່າ​ຈິ໋​ຮ໋ຽວ, ​ເຊິ່ງ​ແມ່ນງານ​ວາງ​ສະ​ແດງ​ຄັ້ງ​ທຳ​ອິດ​ຂອງ​ໂຄງ​ການ AIA Vietnam Eye, ເພື່ອ​ແນ​ໃສ່​ເຊີດ​ຊູ​ສີ​ລະ​ປະ​ຍຸກໃໝ່​ຫ​ວຽດ​ນາມ ຖື​ກໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ງານ​ວາງ​ສະ​ແດງ​ຖືກ​ດຳ​ເນີນ​ຮອດ​ວັນ​ທີ 11/12/2016, ທີ່​​ງານວາງ​ສະ​ແດງ​​ໄດ້​ແນະ​ນຳ​ບັນ​ດາພາບ​ແຕ້ມກ່ຽວ​ກັບ​ໝູ່​ບ້ານ​ຂອງ​ຫວຽດ​ນາມ ​ທີ່​ສວຍ​ງາມ​ຂອງນັກສິ​ລະ​ປີນ​ ຮ່າ​ຈິ໋​ຮ໋ຽວ. ນີ້​ແມ່ນ​ງານວ​າງ​ສະ​ແດງ​ເປີດ​ສາກ​ໃຫ້​ບັນ​ດາ​ເຫດ​ການ​ສົມ​ທົບ​ກັນ​ລະ​ຫວ່າງ​ງານ​ວາງ​ສະ​ແດງ ແລະ ບັນ​ດາ​ເວ​ທີ​ປາ​ໄສ​ແລກ​ປ່ຽນ, ໂດຍ​ບັນ​ດາ​ນັກ​ສິ​ລະ​ປີນ​ພ້ອມ​ກັນ​ປະ​ຕິ​ບັດ, ພ້ອມ​ກັບ​ບັນ​ດາ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ສຶກ​ສາ​ອົບ​ຮົມໃຫ້​ເດັກ​ ແລະ ຄອບ​ຄົວ.

        AIA Vietnam Eye ແມ່ນ​ໂຄງ​ການ​ທີ 8 ນອນ​ໃນ​ລາຍ​ການ Global Eye Programme ແນ​ໃສ່​ສຶກ​ສາ​ບຳ​ລຸງ​ບັນ​ດາ​ຜູ້​ມີ​ຄວາມ​ເ​ກັ່ງ​ກ້າ​​ສາ​ມາດດ້ານ​ສ​ິ​ລະ​ປະ​ຢູ່​ບັນ​ດາ​ຕະ​ຫຼາດ​ສິ​ລະ​ປະ​ທີ່​ຫາກໍ່​ພົ້ນ​ເດັ່ນ​​ຂຶ້ນໃນ​ພາກ​ພື້​ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ