ງານວາງສະແດງ“ມະນຸດສະທຳ“-ສານກ່ຽວກັບສັນຕິພາບ ແລະ ມິດຕະພາບ

ງານວາງສະແດງ“ມະນຸດສະທຳ“-ສານກ່ຽວກັບສັນຕິພາບ ແລະ ມິດຕະພາບ - ảnh 1
(ນະຄອນ ໂຮ່ຈີມິນ ໃນປະຈຸບັນ)

(vovworld) - ວັນ​ທີ 7/5, ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໄດ້​ໄຂ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ເລື່ອງ​ວ່າ: “ມະນຸດສະທຳ“, ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ພາບ, ​ເອກະສານ, ວັດຖຸ​ພັນ 87 ຢ່າງ: ​ເຊິ່ງ​ແບ່ງ​ເປັນ 3 ຫົວ​ຂໍ້: ສົງຄາມ​ທຳລາຍ​ພາກ​ເໜືອ ຫວຽດນາມ​ດ້ວຍ​ກຳລັງກອງທັບ​ອາກາດ ​ແລະ ກອງທັບ​ເຮືອ​ຂອງ ອາ​ເມ​ລິ​ກາ; ສະ​ເລີຍ​ເສິກ - ນັກ​ບິນ​ ອາ​ເມ​ລິ​ກາ​ໃນ​ສົງຄາມ ຫວຽດນາມ; ການ​ມອບ​ສົ່ງສະ​ເລີຍ​ເສິກ - ສ້າງ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ​ເປັນ​ປົກກະຕິ. ທ່ານ​ນາງ ຮວີ່ນງອກ​ເວິນ, ຜູ້ອຳນວຍການ​ຫໍພິພິດທະພັນ​ຮ່ອງຮອຍ​ສົງຄາມ, ​ໃຫ້​ຮູ້​ວ່າ, ງານ​ວາງສະ​ແດງ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ​້​ແຂກ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ຈິດ​ໃຈ​ມະນຸດສະທຳ​ຂອງ​ພັກ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ​ສຳລັບ​ສະ​ເລີຍ​ເສິກ ອາ​ເມ​ລິ​ກາ​ໃນ​ສົງຄາມ, ບັນດາ​ຮູບ​ພາບ​ເອກະສານ, ວັດຖຸ​ພັນ​ໃນ​ງານ​ວາງສະ​ແດງ​ບໍ່​ພຽງ​ແຕ່​ຊ່ວຍ​ສຶກສາ​ໃຫ້​ລຸ້ນໜຸ່ມ​ໃນ​ປະຈຸ​ບັນກ່ຽວ​ກັບ​ມູນ​ເຊື້ອ​ມະນຸດສະທຳ​ອັນ​ສູງ​ສົ່ງ​ຂອງ​ທັງ​ຊາດ ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ມາ​ເຊິ່ງສານ​ສັນຕິພາບ ​ແລະ ມິດຕະພາບ​ຂອງ​ປະຊາຊົນ ຫວຽດນາມ. ງານ​ວາງສະ​ແດງ​ຈະ​ອັດ​ລົງ​ໃນ​ວັນ​ທີ 51/5.

ຂ່າວ/ບົດ​ອື່ນ