ງານວາງສະແດງວິຈິດສິນຍຸກປະຈຸບັນລະຫວ່າງລັດເຊຍ-ຫວຽດນາມ


ງານວາງສະແດງວິຈິດສິນຍຸກປະຈຸບັນລະຫວ່າງລັດເຊຍ-ຫວຽດນາມ - ảnh 1
ພາບຂອງນັກວິຈິດສິນ ຫວຽດນາມ ເຈີນກວຽດຖັງ

(vovworld) - ງານ​ວາງສະ​ແດງ​ວິຈິດ​ສິນ​ຍຸກ​ປະຈຸ​ບັນ ​ລັດ​ເຊຍ-ຫວຽດນາມ “ຮ່ວມ​ມື​ນຳ​ກັນ“ ​ໂດຍ​ສະມາຄົມ​ວິຈິດ​ສິນ ​ຫວຽດນາມ - ສາຂາ​ແຄ໋ງຮ່ວາ ​ແລະ ສະຫະພັນ​ຈິດຕະກອນ​ລັດ​ເຊຍ​ເຂດ  Primorye ສົມທົບ​ກັນ​ຈັດ​ຕັ້ງ ຢູ່​ຫໍພິພິດທະພັນ​ວິຈິດ​ສິນ​ນະຄອນ ​ໂຮ່ຈີ​ມິນ. ງານ​ວາງສະ​ແດງ​ແນະນຳ 80 ຜະລິດ​ຕະພັນ​ວິຈິດ​ສິນ ກ່ຽວ​ກັບ​ທຳ​ມະ​ຊາດ, ທັດສະນີ​ຍະ​ພາບ, ມະນຸດ, ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ຂອງ​ສອງ​ຊາດ, ດ້ວຍ​ວິ​ໄສ​ທັດ​ໃນ​ຍຸກ​ປະຈຸ​ບັນ​ຂອງ​ບັນດາ​ຈິດຕະກອນ​ລັດ​ເຊຍ ​ແລະ ຈິດຕະກອນ​ທີ່​ມາ​ຈາກບັນດາ​ແຂວງ​ທິດ​ໃຕ້​ພາກ​ກາງ - ​ໄຕ​ງວຽນ ​ແລະ ນະຄອນ ​ໂຮ່ຈີ​ມິນ. ທ່ານ Alexey Popov, ຫົວໜ້າ​ສະຖານກົງສູນ​ສະຫະພັນ​ລັດ​ເຊຍ​ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຢືນຢັນ​ວ່າ, ບັນດາ​ລາຍການ​ແລກປ່ຽນ​ວັດທະນະທຳ ສິລະ​ປະລະ​ຫວ່າງ​ສອງ​ປະ​ເທດ​ໄດ້ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ງານ​ວາງສະ​ແດງ​ຈະ​ແກ່ຍາວ​ຮອດ​ວັນ​ທີ 12/3.

       

ຂ່າວ/ບົດ​ອື່ນ