ງານວາງສະແດງວິຈິດສິນເຂດທິດໃຕ້ພາກກາງ - ໄຕງວຽນເປີດກວ້າງ

(VOVWORLD) - ວັນທີ 13 ສິງຫາ, ຢູ່ນະຄອນ ກວີເຍີນ (ແຂວງ ບິ່ງດິ້ງ), ພະແນກ ວັດທະນະທຳ ແລະ ກິລາ, ສະຫະພັນບັນດາສະມາຄົມວັນນະຄະດີ ສິລະປະແຂວງ ບິ່ງດິ້ງ
ງານວາງສະແດງວິຈິດສິນເຂດທິດໃຕ້ພາກກາງ - ໄຕງວຽນເປີດກວ້າງ - ảnh 1 ງານວາງສະແດງວິຈິດສິນເຂດທິດໃຕ້ພາກກາງ - ໄຕງວຽນເປີດກວ້າງ (ພາບ: TTXVN)

ສົມທົບກັບສະມາຄົມ ວິຈິດສິນ ຫວຽດນາມ ຈັດຕັ້ງ ງານວາງສະແດງວິຈິດສິນເຂດທິດໃຕ້ພາກກາງ - ໄຕງວຽນ ເປີດກວ້າງຄັ້ງທີ 22 ປີ 2017. ງານວາງສະແດງແນະນຳຜະລິດຕະພັນວິຈິດສິນ 203 ຢ່າງຂອງ 196 ຄົນ. ບັນດາຜະລິດຕະພັນວິຈິດສິນທີ່ວາງສະແດງຢູ່ທີ່ນີ້ ລ້ວນແຕ່ໄດ້ຮັບການປະດິດແຕ່ງແຕ່ເດືອນສິງຫາ ປີ 2016 ມາຮອດປະຈຸບັນ.

ສະພາສິລະປະ ສະມາຄົມວິຈິດສິນ ຫວຽດນາມ ໄດ້ມອບ 12 ລາງວັນໃຫ້ບັນດານັກປະດິດແຕ່ງ, ໃນນັ້ນມີ 3 ລາງວັນ B, 2 ລາງວັນ C ແລະ 7 ລາງວັນສົ່ງເສີມ. ສະມາຄົມວິຈິດສິນ ຫວຽດນາມ ກໍ່ໜູນຊ່ວຍໃຫ້ຜູ້ປະດິດແຕ່ງຂອງ 10 ຜະລິດຕະພັນວິຈິດສິນ ແລະ ແນະນຳ 23 ຜະລິດຕະພັນວິຈິດສິນເຂົ້າຮ່ວມງານປະກວດຂອງຄະນະກຳມະການສະຫະພັນສະມາຄົມວັດທະນະທຳ ສິລະປະ ຫວຽດນາມ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ