ງານວາງສະແດງວັດຖຸບູຮານສະໄໝເຈົ້າຊີວິດ ຫງວຽນ ຢູ່ Sydney, ປະເທດອົດສະຕາລີ

(VOVWORLD) -ງານວາງສະແດງມີຊື່ວ່າ “ຂີດໝາຍສະໄໝກ່ອນ”, ດ້ວຍຈຸດປະສົງໂຄສະນາວັດທະນະທຳ ແລະ ພາບພົດຂອງຫວຽດນາມ ອອກສູ່ໂລກ.

ງານວາງສະແດງວັດຖຸບູຮານສະໄໝເຈົ້າຊີວິດ ຫງວຽນ ຢູ່ Sydney, ປະເທດອົດສະຕາລີ - ảnh 1ງານວາງສະແດງມີຊື່ວ່າ “ຂີດໝາຍສະໄໝກ່ອນ”

(ພາບ: TTXVN)

ງານວາງສະແດງບັນດາວັດຖຸພັນຍຸກປະຈຸບັນເຮັດເລີ່ມຈາກແຫຼ່ງອາລົມຈາກວັດທະນະທຳຫວຽດນາມ ສະໄໝລາດຊະວົງ ຫງວຽນ ເຊິ່ງຫາກໍ່ໄດ້ດຳເນີນຢູ່ນະຄອນ Sydney ໃນລະຫວ່າງວັນທີ 06 – 15 ກັນຍາ. ງານວາງສະແດງມີຊື່ວ່າ “ຂີດໝາຍສະໄໝກ່ອນ”, ດ້ວຍຈຸດປະສົງໂຄສະນາວັດທະນະທຳ ແລະ ພາບພົດຂອງຫວຽດນາມ ອອກສູ່ໂລກ.

        ເຂົ້າຮ່ວມງານວາງສະແດງ, ພໍ່ແມ່ພີນ້ອງຊາວຫວຽດນາມ, ນັກສຶກສາຫວຽດນາມ ທີ່ພວມອາໄສ ແລະ ຮ່ຳຮຽນຢູ່ອົດສະຕາລີ, ປະຊາຊົນອົດສະຕາລີ ແລະ ນັກທ່ອງທ່ຽວສາກົນ ລ້ວນແຕ່ສະແດງຄວາມຊື່ນຊົມເມື່ອໄດ້ເຊື່ອມຕົວເຂົ້າບັນຍາກາດວັດທະນະທຳເມື່ອກ່ອນໃນສະໄໝລາດຊະວົງ ຫງວຽນ. ບັນດາວັດຖຸພັນທີ່ນຳມາວາງສະແດງລ້ວນແຕ່ຊີ້ໃຫ້ເຫັນບັນດາຈຸດວັດທະນະທຳອັນລະອຽດອ່ອນ, ມີຄວາມງາມຂອງໄລຍະປະຫວັດສາດ, ເຊິ່ງພົ້ນເດັ່ນແມ່ນຊຸດສະສົມຈຳລອງຊຸດອາພອນຂອງບັນດາເຈົ້າຊີວິດ, ພະມະເຫສີ ແລະ ບັນດາເຈົ້າເສນາອາມາດໃນສະໄໝລາດຊະວົງ ຫງວຽນ… ນອກນັ້ນ, ງານວາງສະແດງຍັງໄດ້ແນະນຳຊຸດພາບຖ່າຍຍຸກປະຈຸບັນທີ່ໄດ້ເຮັດຈາກແຫຼ່ງອາລົມຈາກວັດທະນະທຳສະໄໝລາດຊະວົງ ຫງວຽນ, ບັນດາຜະລິດຕະພັນທີ່ສະແດງໃຫ້ເຫັນຈຸດວັດທະນະທຳໃນສະໄໝເຈົ້າຊີວິດ ຫງວຽນ, ອັນໄດ້ຊ່ວຍໃຫ້ຜູ້ສົມສາມາດວາດພາບໄດ້ສ່ວນໃດສ່ວນໜຶ່ງກ່ຽວກັບການດຳລົງຊີວິດ, ຮີດຄອງປະເພນີ ແລະ ວັດະນະທຳຂອງຊາວຫວຽດນາມ ໃນເມື່ອກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ