ງານວາງສະແດງວັດຖຸບູຮານຫາຍາກຂອງຫວຽດນາມສ້າງຊື່ສຽງດົງດັງຢູ່ສ.ສະຫະພັນເຢຍລະມັນ

ງານວາງສະແດງວັດຖຸບູຮານຫາຍາກຂອງຫວຽດນາມສ້າງຊື່ສຽງດົງດັງຢູ່ສ.ສະຫະພັນເຢຍລະມັນ - ảnh 1
(ພາບ​ປະ​ກອບ​ອີ​ນ​ເຕີ​ແນັດ)

(vovworld) - ​ພາຍ​ຫຼັງດຳ​ເນີນເປັນ​ເວ​ລາ​ 5 ເດືອນ​ ​, ງານ​ວາງ​ສະ​ແດງວັດ​ຖຸ​ບູ​ຮານ​ຫາ​ຍາກຂອງ​ຫວຽດ​ນາມ ຢູ່​ເຢຍ​ລະ​ມັນ ໄດ້​ດຶງ​ດູດ​ຜູ້​ມາ​ຢ້ຽມ​ຊົມ​ກວ່າ 50.000 ​ເທື່ອ​ຄົນ. ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ຕະ​ພັນ​ວັດ​ຖຸ​ບູ​ຮານ LWL ຢູ່​ນະ​ຄອນ Herne, ລັດ Nordrhein – Westfalen, ປະ​ລິ​ຍາ​ເອກ Josef Muhlenbrock ໄດ້​ຕີ​ລາ​ຄາ​ວ່າ, ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ວາງ​ສະ​ແດງ​ບັນ​ລຸ​ຜົນ​ສຳ​ເລັດ​ທີ່​ສຸດ​ຂອງ​ຫໍ​ພິ​ພິດ​ຕະ​ພັນ​ວັດ​ຖຸ​ບູ​ຮານ.

        ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ເຖ​ິງ​ເພື່ອ​ນ​ມິດ​ເຢຍ​ລະ​ມັນ ແລະ ສາ​ກົນ​ວັດ​ຖຸ​ບູ​ຮານ​ທີ່​ມີ​ຄຸນ​ຄ່າ​ປະ​ມານ 400 ຢ່າງ, ​ຖືກ​ວາງ​ສະ​ແດງ​ຕາມ 3 ຫົວ​ຂໍ້ ລວມ​ມີ: ສະ​ໄໝ​ດຶກ​ດຳ​ບັນ, ດິນແດນແຫ່ງ​ສັກສິດ ມີ້ິ້​ເຊີນ ແລະ ພະ​ລາ​ຊະ​ວັງ ທັງ​ລວງ. ງານ​ວາງ​ສະ​ແດງ ໄດ້​ຊ່ວຍ​ໃຫ້​ຜູ້​ຢ້ຽມ​ຊົມ​​ມີ​ຄວາມ​ເຂົ້າ​ໃຈ​ເຕີ່ມ​​ອີກກ່ຽວ​ກັບ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ ແລະ ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ, ຜ່ານນັ້ນ​ເພີ່ມ​ທະ​ວີ​​ຄວາມ​ສະ​ໜິດຕິ​ດ​ພັນ​ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ 2 ປະ​ເທດ. ພາຍ​ຫຼັງ​​ງານວາງ​ສະ​ແດງ​ຢູ່ Herne, ບັນ​ດາ​ວັດ​ຖຸບ​ູ​ຮານ​​ທີ່ຫາ​ຍາກ​ຂອງ​ຫວຽດ​ນາມ ສື​ບ​ຕໍ່​ນຳ​ມາ​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິດ​ຕະ​ພັນ​ຂຶ້ນ​ກັບ​ລັດ Sachsen ແລະ Baden-Wuttemberg ຂອງ​ເຢຍ​ລະ​ມັນ.

ຂ່າວ/ບົດ​ອື່ນ