ງານວາງສະແດງວັດຖຸເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ງານວາງສະແດງວັດຖຸເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1
(ງານ​ວາງ​ສະ​ແດງວັດ​ຖຸ​ເອ​ກະ​ສານຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ​ຫວຽດ​ນາມ)

(vovworld) - ໃນ​ລະ​ຫວ່າງວັນ​ທີ 29/12/2016 – 02/01/2017, ຢູ່​ແຂວງ​ບັ໋ກ​ກ້ານ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ໄດ້​ຈັດ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ວັດ​ຖຸ, ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ​ແລະ ​ນິ​ຕິ​ທຳ”. ງານ​ວາງ​ສະ​ແດງ​ດ້ວຍ​ບັນ​ດາ​ເອ​ກະ​ສານ, ວັດ​ຖຸ​ພັນ, ສິງ​ພິມ ແລະ ແຜນ​ທີ່​ເກືອບ 100 ຢ່າງ ເຊິ່ງ​ໄດ້​​ທ້ອນ​ໂຮ​ມ​ຈາກ​ບັນ​ດາ​ແຫຼ່ງ​ວັດ​ຖຸເອ​ກະ​ສານ​ທີ່​ໄດ້​ປະ​ກາດ​ແລ້ວ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄວ້າ, ນັກ​ຮຽນ​ຮູ້​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ແຜນ​ທີ່ ແລະ ​ວັດ​ຖຸ, ເອ​ກະ​ສານ​ທີ່​ໄດ້​ນຳ​ມາ​ວາງ​ສະ​ແດງ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງພະ​ຍານ​ຫຼັກ​ຖານ​ດ້ານ​ປະ​ຫ​ວັດ​ສາດ ແລະ ພື້ນ​ຖານ​ນິ​ຕິ​​ທຳ​​ທີ່ພິ​​ສູດ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈ​ື່ອງ​ຊາ ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ພິ​ເສດ, ທີ່​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ 3 ​ມິ​ຕິ. ບັນ​ດາ​ເອ​ກະ​ສານ ແລະ ວັດ​ຖຸ​ພັນ​ພະ​ຍານ​ຫຼັກ​ຖານ​ດ້ານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ​ໄດ້​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ ​ໄດ້ຫັນ​ເປັນ​ດີ​ຈີ​ຕອນ  ແລະ ປະ​ສົມ​ປະ​ສານ​ເປັນ​ງານ​ວາງ​ສະ​ແດງ​ດີ​ຈີ​ຕອນ​.

ຂ່າວ/ບົດ​ອື່ນ