ງານວາງສະແດງວັດທະນະທຳ ບັນດາເຜົ່າຫວຽດນາມ

ງານວາງສະແດງວັດທະນະທຳ ບັນດາເຜົ່າຫວຽດນາມ - ảnh 1

ບັນດາ​ຜູ້​ແທນ​ຢູ່​ງານ​ວາງສະ​ແດງ

(ພາບ:baotintuc.vn)

(TTX)- ວັນ​ທີ 14/10, ​ຢູ່​ແຂວງ Ninh Thuanໄດ້​ໄຂງານ​ວາງສະ​ແດງວັດທະນະທຳທີ່ເປັນ​ເອກະລັກ​ສະ​ເພາະ​​ບັນດາ​​ເຜົ່າ​ຫວຽດນາມ . ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເຫດການວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ​ເຂດ​ຊາວ​ເຜົ່າ​ຈຳ-Ninh Thuan ຄັ້ງທີ 2 ປີ 2012. ​ໃນງານ​ວາງສະ​ແດງຄັງນີ້​, ໄດ້​​ວາງສະ​ແດງ​ຊຸດ​ຮູບ​ພາບ​ກ່ຽວ​ກັບບັນດາ​ພິທີ​ກຳຂອງ​ຊາວ​ເຜົ່າ​ຈຳ​ແຂວງ Ninh Thuan ​ແລະ ​ເອກະສານ, ວັດຖຸ​ພັນ​ກ່ວາ 500 ຊີ້ນ​ກ່ຽວ​ກັບ​ບັນດາ​ເຂດ​ວັດທະນະທຳຄື: ​ວັດທະນະ​ທຳເຂດທົ່ງ​ພຽງ​ພາກ​ເໜືອ, ​ເຂດ​ຮ່ອມພູ, ​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ, ​ເຂດ​ແຄມ​ທະ​ເລ​ພາກ​ກາງ, ​ເຂດ​ເຈື່ອງ​ເຊີນ-​ໄຕ​ງວຽນ, ​ເຂດ​ທົ່ງ​ພຽງ​ທາງ​ພາກ​ໃຕ້…​ງານ​ວາງສະ​ແດງ​ໄດ້​ແນະນຳ​ໃຫ້​ຜູ້​ຊົມ​ໄດ້​ຮັບ​ຊາບ​ກ່ຽວ​ກັບ​ບາງ​ຈຸດ​ວັດທະນະທຳ​ພິ​ເສດສະ​ເພາະ​ຂອງ​ບັນດາ​​ເຜົ່າ​ດຳລົງ​ຊີວິດ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ບັນດາ​​ເຜົ່າ​ໃນ​ໄລຍະ​ປະ​ເທດ​ຊາດ​ມີ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ.

 

ຂ່າວ/ບົດ​ອື່ນ