ງານວາງສະແດງວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງບັນດາແຂວງພູດອຍພາກເຫນືອຫວຽດນາມ

ງານວາງສະແດງວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງບັນດາແຂວງພູດອຍພາກເຫນືອຫວຽດນາມ - ảnh 1
ທິ​ວ​ທັດ​ທຳ​ມະ​ຊາດ​ຢູ່​ໄຕ​ບັກ
ພາບ:internet

(vovworld)-​ ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງດ​ບັນ​ດາ​ແຂວງ​ພູ​ດອຍ​ທາງ​ພາກ​ເຫນືອ​ຫວຽດ​ນາມ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/4  ຢູ່ ຮ່າ​ໂນ້ຍ ເພື່ອ​ໂຄ​ສະ​ນາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ຫວຽດ​ນາມ. ບັນ​ດາ​ຮ້ານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ເຂດ, ຜະ​ລິດ​ຕະ​ພັນ​ພິ​ເສດ, ວັດ​ຖຸ, ສິນ​ຄ້າ​ທີ່​ອຸ​ດົມ​ສົມ​ບູນ​ຊື່ງ​ໄດ້​ຜະ​ລິດ​ຢູ່​ແຂວງ ລາຍ​ເຈົາ ແລະ ຕວຽນ​ກວາງ ພ້ອມ​ທັງ​ໂຄ​ສະ​ນາ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ​ຢູ່ 2 ແຂວງ​ດັ່ງ​ກ່າວ. ທ່ານ​ນາງ ຫງວຽນ​ເລ້​ມີງ, ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ເວົ້າ​ວ່າ:

        “ຂ້າ​ພະ​ເຈົ້າ​ບໍ່​ທັນ​ເຂົ້າ​ໃຈ​ປານ​ໃດ​ກ່ຽວ​ກັບ​ບັນ​ດາ​ແຂວງ ໄຕ​ບັກ, ມື້ນີ້​ໄດ້​ມາ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ ຂ້​າ​ພະ​ເຈົ້າ​ຈຶ່ງ​ຮູ້​ຈັກ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບ​ບັນ​ດາ​ແຂວງ​ຢູ່ ໄຕ​ບັກ, ພິ​ເສດ ແມ່ນ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ກໍ​ຄື ບັນ​ດາ​ຜະ​ລິດ​ຕະ​ພັນ​ພິ​ເສດ​ຂອງ​ເຂດ.”

 

ຕອບກັບ

ຂ່າວ/ບົດ​ອື່ນ