ງານວາງສະແດງສິລະປະການຂຽນ ອັກສອນບົດກະວີ “ບັນທຶກໃນຄຸກ“

ງານວາງສະແດງສິລະປະການຂຽນ ອັກສອນບົດກະວີ “ບັນທຶກໃນຄຸກ“ - ảnh 1

(ພາບ:ktdt.com.vn)

(VOV)-   ງານ​ວາງສະ​ແດງ​ສິລະ​ປະການ​ຂຽນ​ອັກສອນ​ສ​ເກົາຫຼີ ກ່ຽວ​ກັບບົດ​ກະວີ “ບັນທຶກ​ໃນ​ຄຸກ“ ຂອງ​ປະທານ​ໂຮ່ຈິ​ມິນ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 24/12 ຢູ່​ຫໍພິພຕະພັນ​ໂຮ່ຈິ​ມິນ-​ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ປີ​ມິດຕະພາບ​ຫວຽດນາມ-​ສ​ເກົາຫຼີ 2012 ​ແລະ ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ-​ສ​ເກົາຫຼີ  ​ໂດຍ​ຫໍພິພິຕະພັນ​ໂຮ່ຈິ​ມິນ, ສະມາຄົມ​ວາງ​ວະ​ແດງສິລະ​ປະການ​ຂຽນ​ອັກສອນສ​ເກົາຫຼີ  ກ່ຽວ​ກັບບົດ​ກະວີ “ບັນທຶກ​ໃນ​ຄຸກ“ ຂອງ​ປະທານ​ໂຮ່ຈິ​ມິນ ຈັດ​ຂຶ້ນ. ງານ​ວາງສະ​ແດ​ງ​ໄດ້​ແນະນຳ 45 ຜະລິດ​ຕະພັນ​ສິລະ​ປະ​ການ​ຂຽນ​ອັກສອນຂອງ​ນັກ​ສິລະ​ປະການ​ຂຽນ​ອັນ​ດັບ​ໜຶ່ງ​ຂອງ​ສ​ເກົາຫຼີ ລວມ 24 ທ່ານ ຊື່​ງ​ໄດ້ວາດ​ພາບ​ຄວາມ​ປະ​ເອີ​ບ​ໃຈ​ຂອງປະທານ​ໂຮ່ຈິ​ມິນ ຂະນະ​ທີ່​ເພີ່ນ​ຖືກ​ຈັບ​ຕົວ​ຄຸມ​ຂັງ​ໃນ​ຄຸກ​ຂອງ​ຈຽງ​ໄຄ​​ເຊັກ. ​ໂດຍ​ຜ່ານ​ບັນດາ​ຜົນງານ​ສິລະ​ປະການ​ຂຽນອັກສອນ, ບັນດາ​ນັກຂຽນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຕໍ່ປະທານ​ໂຮ່ຈິ​ມິນ, ຍົກ​ອອກ​ເນື້ອ​ໃນ​ບົດກະວີ  “ບັນທຶກ​ໃນ​ຄຸກ“ ພົ້ນ​ເດັ່ນ​ນັ້ນ.   ພ້ອມ​ທັງສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ​ສ​ເກົາຫຼີ ຕໍ່ປະທານ​ໂຮ່ຈິ​ມິນ ​ແລະ ປະຊາຊົນ​ຫວຽດນາມ. 

ຂ່າວ/ບົດ​ອື່ນ