ງານວາງສະແດງສາກົນແຫລ່ງສິນຄ້າຫວຽດນາມດຶງດູດຄວາມສົນໃຈຈາກວິສາຫະກິດອົດສະຕາລີຫລາຍແຫ່ງ

(VOVWORLD) -ນີ້ແມ່ນງານວາງສະແດງແຫລ່ງສິນຄ້າທາງອອນລາຍຂອບຂະຫນາດໃຫຍ່ໄດ້ຮັບການຈັດຕັ້ງຂຶ້ນ ເພື່ອແນໃສ່ເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ ກັບບັນດາຄູ່ຮ່ວມມື ຢູ່ ອົດສະຕາລີ ແລະ ຫລາຍປະເທດອື່ນໃນໂລກ. 

ງານວາງສະແດງສາກົນແຫລ່ງສິນຄ້າຫວຽດນາມດຶງດູດຄວາມສົນໃຈຈາກວິສາຫະກິດອົດສະຕາລີຫລາຍແຫ່ງ - ảnh 1 ເຂດວາງສະແດງສິນຄ້າຂອງຫວຽດນາມ ຢູ່ ອົດສະຕາລີ 

ພາບ: ທູດການຄ້າຫວຽດນາມ ປະຈຳ ອົດສະຕາລີ

ງານວາງສະແດງທາງອອນລາຍແຫລ່ງສິນຄ້າຫວຽດນາມ ຢູ່ ອົດສະຕາລີ ພວມດຳເນີນແຕ່ວັນທີ 17 ຮອດທ້າຍເດືອນທັນວາ ໂດຍທູດການຄ້າຫວຽດນາມ ຢູ່ ອົດສະຕາລີ ຈັດຕັ້ງ ໄດ້ດຶງດູດຄວາມສົນໃຈຂອງວິສາຫະກິດ ອົດສະຕາລີຫລາຍແຫ່ງ. ມີວິສາຫະກິດຫວຽດນາມ ປະມານ 300 ແຫ່ງໄດ້ຮັບການແນະນຳໃນງານວາງສະແດງຜ່ານ ເວັບໄຊ www.onlineworldexpo.com.

ນີ້ແມ່ນງານວາງສະແດງແຫລ່ງສິນຄ້າທາງອອນລາຍຂອບຂະຫນາດໃຫຍ່ໄດ້ຮັບການຈັດຕັ້ງຂຶ້ນ ເພື່ອແນໃສ່ເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ ກັບບັນດາຄູ່ຮ່ວມມື ຢູ່ ອົດສະຕາລີ ແລະ ຫລາຍປະເທດອື່ນໃນໂລກ. ໃນຂອບເຂດເຫດການ ມີ 5 ງານວາງສະແດງຫົວເລື່ອງສະເພາະກ່ຽວກັບວັດສະດຸກໍ່ສ້າງ ແລະ ປະດັບປະດາເຮືອນຢູ່, ສິນໃນນ້ຳ, ຕ່ຳແຜ່ນຕັດຫຍິບ ແລະ ເກີບຫນັງ, ສາທາລະນະສຸກ ແລະ ເຂດວາງສະແດງສະເພາະໃຫ້ບັນດາວິສາຫະກິດພາກກາງຫວຽດນາມ ເພື່ອແນໃສ່ຊ່ວຍວິສາຫະກິດຢູ່ພາກກາງຊອກຫາຄູ່ຄ້າໃຫມ່, ສ້າງກຳລັງຫນູນຟື້ນຟູການຜະລິດພາຍຫລັງໄພທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ