ງານວາງສະແດງຫົວເລື່ອງ “ພາບແຕ້ມການຕໍ່ຕ້ານຢູ່ພາກໃຕ້ ຫວຽດນາມ” ຂັ້ນຂຸ້ນໄປດ້ວຍວັດທະນະທຳມະນຸດ

(VOVWORLD) -ງານວາງສະແດງໄດ້ແນະນຳຕໍ່ມວນຊົນພາບແຕ້ມ 70 ແຜ່ນ ຂຶ້ນກັບຊຸດສະສົມຂອງຫໍພິພິທະພັນວິຈິດສິນນະຄອນ ໂຮ່ຈີມິນ.
ງານວາງສະແດງຫົວເລື່ອງ “ພາບແຕ້ມການຕໍ່ຕ້ານຢູ່ພາກໃຕ້ ຫວຽດນາມ” ຂັ້ນຂຸ້ນໄປດ້ວຍວັດທະນະທຳມະນຸດ - ảnh 1(ງານວາງສະແດງໄຂຂຶ້ນໃນຕອນເຊົ້າວັນທີ 26 ເມສາ)

ງານວາງສະແດງຫົວເລື່ອງ “ພາບແຕ້ມການຕໍ່ຕ້ານຢູ່ພາກໃຕ້ ຫວຽດນາມ” ໄຂຂຶ້ນໃນຕອນເຊົ້າວັນທີ 26 ເມສາ, ຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ ທີ່ນະຄອນຫຼວງ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2022).

ງານວາງສະແດງໄດ້ແນະນຳຕໍ່ມວນຊົນພາບແຕ້ມ 70 ແຜ່ນ ຂຶ້ນກັບຊຸດສະສົມຂອງຫໍພິພິທະພັນວິຈິດສິນນະຄອນ ໂຮ່ຈີມິນ. ບັນດາພາບແຕ້ມໄດ້ຖືກແຕ້ມຢູ່ສະໜາມຮົບທາງພາກໃຕ້ ໄລຍະ 1945 – 1975. ທ່ານປະລິນຍາເອກ ຫງວຽນແອັງມິງ, ຫົວໜ້າຫໍພິພິທະພັນວິຈິດສິນ ຫວຽດນາມ, ຢືນຢັນວ່າ:

“ພາບແຕ້ມການຕໍ່ຕ້ານຢູ່ສະໜາມຮົບແມ່ນໜຶ່ງໃນບັນດາປະເພດພິເສດຂອງວິຈິດສິນປະຕິວັດ ຫວຽດນາມ. ພາບແຕ້ມ 70 ແຜ່ນທີ່ນຳມາວາງສະແດງໃນຄັ້ງນີ້ ໄດ້ສ່ອງແສງໃຫ້ເຫັນການຕໍ່ສູ້ທີ່ອົງອາດກ້າແກ່ນບໍ່ຍອມຈຳນົນ, ຄວາມຄາດຫວັງຢາກມີສັນຕິພາບ ແລະ ຄວາມປະເອີບໃຈຂອງຊາດ ຫວຽດນາມ. ພິເສດ, ບັນດາພາບແຕ້ມໄດ້ຖືກແຕ້ມຢູ່ສະໜາມຮົບ ແລະ ໃນນັ້ນມີຈິດຕະກອນບາງຄົນໄດ້ເສຍສະຫຼະຊີວິດເພື່ອພື້ນຖານເອກະລາດ, ເສລີພາບ ແລະ ການທ້ອນໂຮມປະເທດຊາດເປັນເອກະພາບ”.

        ງານວາງສະແດງໄດ້ເປີດປະຕູນັບແຕ່ວັນທີ 26 ເມສາ ຫາວັນທີ 08 ພຶດສະພາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ