ງານວາງສະແດງຮູບຖ່າຍ “ປະເທດລາວ ສວຍງາມ”

ງານວາງສະແດງຮູບຖ່າຍ “ປະເທດລາວ ສວຍງາມ” - ảnh 1
ງານ​ວາງສະ​ແດງ​ຮູບ​ຖ່າຍ “ປະ​ເທດ​ລາວ ສວຍ​ງາມ”
(ພາບ: vietnamplus.vn)


(vovworld) - ງານ​ວາງສະ​ແດງ​ຮູບ​ຖ່າຍ “ປະ​ເທດ​ລາວ ສວຍ​ງາມ” ​ຖືກໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/04, ຢູ່​ນະ​ຄອນວິ​ງ. ງານ​ວາງສະ​ແດງ​ໄດ້​ແນະນຳຮູບ​ຖ່າຍ 140 ​ແຜ່ນຂອງ​ນັກ​ຂ່າວ, ນັກ​ສິລະປິນຖ່າຍຮູບ ​ເຈີ​ນຢຸຍງວານ, ອະ​ດີດຜູ້ອຳນວຍການ ບັນນາທິການ​ໃຫຍ່ວິທະຍຸ​ໂທລະ​ພາບ ​ເງັ້ອານ. ດ້ວຍ​ຄວາມ​ເມົາ​ມົວ​ກັບ​ສິລະ​ປະ ​ແລະ ຄວາມ​ຮູ້ສຶກ​ຂອງ​ຜູ້​ໜຶ່ງ​ທີ່​ມີ​ຄວາມຮັກ​ຕໍ່ປະ​ເທດ​ລາວ, ທ່ານ​ໄດ້​ສ້າງ​ຂີດ​ໝາຍ​ດ້ວຍ​ບັນດາຮູບ​ຖ່າຍ​ໃນ​ການ​ໄປ​ປະຕິບັດ​ງານ​ຫຼາຍ​ເທື່ອ​ຢູ່​ລາວ ນັບ​ສີ​ບໆ​ປີທີ່ຜ່ານມາ​. ບັນດາຮູບ​ຖ່າຍທີ່​ວາງສະ​ແດງຢູ່​ທີ່​ນີ້​ພຽງ​ແຕ່ ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ຈຳນວນ​ຮູບ​ຖ່າຍຂອງ ເຈີ​ນຢຸຍງວານ. ງານ​ວາງສະ​ແດງຈະ​ແກ່ຍາວ​ຮອດ​ວັນ​ທີ 20/04/2014.

ຂ່າວ/ບົດ​ອື່ນ